ກິດ​ຈະ​ກຳ​ເລາະສາຍ​ຮູບ​ເງົາ​ດີ​ເດັ່ນ​ຈີນ-ກຳ​ປູ​ເຈຍ​ຄັ້ງ​ທີ 2 ໄດ້​ເລີ່ມ​ຂຶ້ນ​ຢ່າງ​ເປັນ​ທາງ​ການ
2017-12-12 16:27:46  cri 
ວັນ​ທີ 11 ທັນ​ວາ​ນີ້, ກິດ​ຈະ​ກຳ​​ເລາະສາຍ​ຮູບ​ເງົາ​ດີ​ເດັ່ນ​ຈີນ-ກຳ​ປູ​ເຈຍ​ຄັ້ງ​ທີ 2 ເຊິ່ງ​ຮ່ວມ​ຈັດ​ໂດຍ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ກຳ​ປູ​ເຈຍ, ວິ​ທະ​ຍຸ​ສາ​ກົ​ນ​ແຫ່ງ​ປະ​ເທດ​ຈີນ, ກະ​ຊວງວັດ​ທະ​ນະ​ທຳ ແລະ​ ສິ​ລ​ະ​ປະ​ກຳ​ປູ​ເຈຍ, ກະ​ຊວງ​ຖະ​ແຫຼງ​ຂ່າວ​ກຳ​ປູ​ເຈຍ ແລະ ສະ​ຫະ​ພັນ​ຊາວ​ໜຸ່ມ​ກຳ​ປູ​ເຈຍ​ ໄດ້​ເລີ່ມ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ນະ​ຄອນຫຼວງ​ພະ​ນົມ​ເປັນ ໂດຍ​ມີທ່ານ​ສົງ​ໂປ່ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ກຳ​ປູ​ເຈຍ, ທ່ານ​ໂພ​ອຸມ ຊາ​ໂກ​ນາ ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ ແລະ ສິ​ລະ​ປະ​ກຳ​ປູ​ເຈຍ, ທ່ານ​ເອກ ຊຳ ໂອຍ ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ກຳ​ປູ​ເຈຍ-ຈີນ, ທ່ານ​ວາງ​ເວີນ​ຈຸ້ນ ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ ແລະ​ ຜູ້​ຊົມ​ພັນ​ກວ່າ​ຄົນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີດ ແລະ ຊົມ​ຮູບ​ເງົາ​ເລື່ອງ "ພະ​​ຊວນ​ຈ້າງ​ຂອງລາ​ຊະ​ວົງ​ຖັງ" ຮູບ​ເງົາ​ຈີນ​ທີ່​ພາກ​ສຽງ​ເປັນ​ພາ​ສາ​ກຳ​ປູ​ເຈຍ.

ກິດ​ຈະ​ກຳ​ເລາະ​ສາຍ​ຮູບ​ເງົາ​ດີ​ເດັ່ນ​ຈີນ-ກຳ​ປູ​ເຈຍ​ຄັ້ງ​ທີ 1 ໄດ້​ໄປ​ເລາະ​ສາຍ​ຮູບ​ເງົາ​ຢູ່ 8 ແຂວງ ແລະ​ ນະ​ຄອນ​ອ້ອມ​ໜອງ​ທະ​ເລ​ສາບ​ກຳ​ປູ​ເຈຍ​ໃນ​ເດືອນ​ທັນ​ວາ​ປີ 2016 ໂດຍ​ໄດ້​ເດີນ​ທາງ​ເປັນ​ໄລ​ຍະ 1000 ກວ່າ​ກິ​ໂລ​ແມັດ ແລະ ​ສາຍ​ຮູບ​ເງົາ​ດີ​ເດັ່ນ​ຂອງ​ຈີນ ແລະ ກຳ​ປູ​ເຈຍ 6 ເລື່ອງ​ສູ່​ສາຍ​ຕາປະ​ຊາ​ຊົນ​ກຳ​ປູ​ເຈຍ 2 ໝື່ນກວ່າ​ຄົນ​ໃນ 13 ບ້ານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ