ເປີດ​ການ​ແຂ່ງ​ຂັນ​ລົດ​ຣາ​ລີ​ສາ​ກົນ​ຈີນ-ອາ​ຊຽນ​ຮອບ​ທຳ​ອິດ​ຢູ່​ຫວຽດ​ນາມ
2017-12-13 11:42:01  cri 
ການ​ແຂ່ງ​ຂັນ​ລົດ​​ຣາ​ລີ​ສາ​ກົນ​ຈີນ-ອາ​ຊຽນ​ ແລະ​ການ​ແຂ່ງ​ຂັນ​ລົດ​ຣາ​ລີ​ສື່ມວນ​ຊົນ​ຈີນ-ອາ​ຊຽນ 2017 ​ຮອບ​ທຳ​ອິດ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ​ປະ​ເທດ​ຫວຽດ​ນາມ​ໃນ​ຕອນ​ບ່າຍ​ວັນ​ທີ 12 ທັນ​ວາ​ນີ້, ຫຼັງ​ແຂ່ງ​ຂັນ​ເປັນ​ເວ​ລາ 2 ຊົ່ວ​ໂມງ​ເຄິ່ງ, ທ້າວ ຈ່າງ​ມິງ​ເຫວີຍ ນັກ​ກິ​ລາ​ຈີນ​​ຄວ້າ​ແຊ້ມໄປ​ຄອງ​ດ້ວຍ​ການ​ເຂົ້າ​ເສັ້ນ​ໃນ​ເວ​ລາ​ພຽງ 2 ​ນາ​ທີ 17 ​ວິ​ນາ​ທີ 45 ລິບ​ດາ.

ຫຼັງ​ການ​ແຂ່ງ​ຂັນ​ຢ່າງ​ດຸ​ເດືອດ, ອົງ​ການ​ປົກ​ຄອງ​ນະ​ຄອນຫຼວງ​ຮ່າ​ໂນ້ຍ​ໄດ້​ຈັດ​ງານ​​ສັງ​ສັນແລກ​ປ່ຽນມິດ​ຕະ​ພາບ​ການ​ແຂ່ງ​ຂັນ​ລົດ​ຣາ​ລີ​ສາ​ກົນ​ຈີນ-ອາ​ຊຽນ (ຮ່າ​ໂນ້ຍ​ຫວຽດ​ນາມ) ​ແລະ​ການ​ແຂ່ງ​ຂັນ​ລົດ​ຣາ​ລີ​ສື່ມວນ​ຊົນ​ຈີນ-ອາຊຽນ 2017 ຢູ່​ໂຮງ​ແຮມ​ທີ່​ພັກ​ຂອງ​ຄະ​ນະ​ຈັດ​ການ​ແຂ່ງ​ຂັນ​ໂດຍ​ເນັ້ນ​ຫົວ​ຂໍ້ "ຮັບ​ໃຊ້​ຂໍ້​ລິ​ເລີ່ມ ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ,ສົ່ງ​ເສີມ​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ", ຫົວ​ໜ້າ​ພະ​ແນກ​ກິ​ລາກວາງ​ຊີ​ຈີນ​ແລະ​ຫົວ​ໜ້າ​ພະ​ແນກ​ຮ່ວມ​ມື​ສາ​ກົນ​ຂອງ​ກົມ​ກິ​ລາ​ຫວຽດ​ນາມ​ພ້ອມ​ດ້​ວຍ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ຫວຽດ​ນາມ​ທ່ານ​ອື່ນໆ​ໄດ້​ພົບ​ປະ​ໂອ​​ລົມ​ກັນ​ຢ່າງ​ສະ​ໜິດ​ສະ​ໜົມ​ເພື່ອ​ສ້າງ​ພື້ນ​ຖານ​ທີ່​ດີ​ໃຫ້​ແກ່​ການ​ຮ່ວມ​ມືກ​ຢ່າງ​ເລິກ​ເຊິ່ງ​ໃນ​ຕໍ່​ໜ້າ ແລະ​ສອງ​ຝ່າຍ​​ຕ່າງຄາດ​ຫວັງ​ຮ່ວມ​​ກັນ​ວ່າ​ຕໍ່​ໄປຈະ​ໄດ້​ແລກ​ປ່ຽນ​ ແລະ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ​ໃຫ້​ເຂົ້າ​ສູ່​ລວງ​ເລິກຫຼາຍ ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ