ໄພ​ນ້ຳ​ຖ້ວມ​ຢູ່​ພາກ​ໃຕ້​ໄທ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 29 ຄົນ
2017-12-13 11:47:39  cri 
ກົມປ້ອງ​ກັນ​ແລະ​ບັນ​ເທົາ​ສາ​ທາ​ລະ​ນະ​ໄພ​ຂອງ​ໄທ​ເປີດ​ເຜີຍ​ໃນ​ວັ​ນ​ທີ 12 ທັນ​ວາ​ນີ້​ວ່າ: ນັບ​ແຕ່​ວັນ​ທີ 25 ພະ​ຈິກ​ມາ​ເຖິງ​ປັດ​ຈຸ​ບັນ, ​ພື້ນ​ທີ່ 11 ແຂວງ​ຢູ່​ພາກ​ໃຕ້​ປະ​ເທດຕົນ​ໄດ້​ເກີດ​ໄພ​ນ້ຳ​ຖ້ວມ, ​ມີຫຼາຍກວ່າ 515.000 ຄອບ​ຄົວຫຼື 1.650.000 ຄົນ​ໄດ້​ຮັບ​ຜົນ​ກະ​ທົບ, ປັດ​ຈຸ​ບັນ ມີ​ຜູ້​ເສຍ​ຊີ​ວິດ​ແລ້ວ 29 ຄົນ.

ໄພ​ນ້ຳ​ຖ້ວມ​ສົ່ງ​ຜົນ​ເຮັດ​ໃຫ້​ທາງ​ແລະ​ຂົວຫຼາຍ​ແຫ່ງ​ໄດ້​ຮັບ​ຜົນ​ເສຍ​ຫາຍ, ​ເສັ້ນ​ທາງ​ການ​ສັນ​ຈອນ​ຖືກ​​ນ້ຳ​ຖ້ວມ​ຂວາງ​ກັ້ນ, ວັດ​ວາ​ອາ​ຮາມ, ໂຮງ​​ຮຽນ​ແລະ​ເຮືອນ​ຊານ​ຂອງ​ປະ​ຊາ​ຊົນ​ບາງ​ແຫ່ງ​ຖືກ​ຖ້​ວມ. ປັດ​ຈຸ​ບັນ, ພາກ​ສ່ວນ​ກ່ຽວ​ຂ້ອງ​ຂອງ​ລັດ​ຖະ​ບານ​ໄທ​ໄດ້​ໃຊ້​ມາດ​ຕະ​ການ​ເພື່ອ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ເຂດ​ປະ​ສົບ​ໄພ​ຢ່າງ​ເລັ່ງ​ດ່ວນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ