ຈັດງານ​ໂຄ​ສະ​ນາງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊີ​ໃຕ້​ຄັ້ງ​ທີ 5 ແລະ ງານ​ຕະ​ຫຼາດ​ນັດ​ສິນ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຄຸນ​ໝິງ​ຈີນ​ຄັ້ງ​ທີ 25
2017-12-13 16:09:11  cri 
ຕາມ​ຂ່າວCRI: ​ໃນ​ວັນ​ທີ 12 ທັນ​ວາ​ນີ້​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໄດ້​ຈັດ​ງານ​ໂຄ​ສະ​ນາ​ກ່ຽວ​ກັບ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊີ​ໃຕ້​ຄັ້ງ​ທີ 5 ແລະ ງານ​ຕະ​ຫຼາດ​ນັດ​ສິນ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຄຸນ​ໝິງ​ຈີນ​ຄັ້ງ​ທີ 25 ໂດຍ​ກະ​ຊວງ​ການ​ຄ້າ​ຈີນ,ແລະອົງ​ກາ​ນ​ປົກ​ຄອງ​ແຂວງ​ຢຸນ​ນານ​ເປັນ​ເຈົ້າ​ພາບ​ຮ່ວມ​ກັນ ໂດຍ​ໄດ້​ແຈ້ງ​ໃຫ້​ຮູ້​ວ່າ ທັງ 2 ງານ​ດັ່ງ​ກ່າວຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ຄຸນ​ໝິງ​ແຂວງ​ຢຸນ​ນານໃນວັນ​ທີ 12-18 ມິ​ຖຸ​ນາ​ປີໜ້າ ພາຍ​ໃຕ້ຫົວ​ຂໍ້​ "ເຊື່ອມ​ໂຍງ​ເຂົ້າ​ກັບ​ໜຶ່​ງ​ແລວ​ທາງ​ໜຶ່​ງ​ເສັ້ນ​ທາງ, ຊຸກ​ຍູ້​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ".

ໃນ​ງານ​ວາງ​ສະ​ແດງ​ຈະ​ຈັດສະ​ຖານ​ທີ່​ໃຫ້​ມີ​ 19 ຫ້ອງວາ​ງ​ສະ​ແດງ​ເຊັ່ນ: ຫ້ອງ​ວາງ​ສະ​ແດງປະ​ເທດ​ກິ​ດຕິ​ມະ​ສັກ​ ແລະ​ປະ​ເທດ​ກຽດ​ຕິ​ຍົດ, ຫ້ອງວາງ​ສະ​ແດງ​ອາ​ຊີ​ໃຕ້, ຫ້ອງວາງ​ສະ​ແດງ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້, ຫ້ອງວາງ​ສະ​ແດງ​ຕ່າງ​ປະ​ເທດ, ຫ້ອງວາງ​ສະ​ແດງ​ພາຍ​ໃນປະ​ເທດ, ຫ້ອງວາງ​ສະ​ແດງ​ການ​ທ່ອງ​ທ່ຽວ, ຫ້ອງວາງ​ສະ​ແດງ​ກະ​ສິ​ກຳ ແລະ ຫ້ອງວາງ​ສະ​ແດງວັດ​ຖຸ​ໃໝ່​ເປັນ​ຕົ້ນ ແລະຈະ​ໃຫ້ມີບ່ອນ​ວາງ​ສະ​ແດງ​ປະ​ມານ 8.500 ບ່ອນ, ເນື້ອ​ທີ່ຂອງ​ສະ​ຖານ​ທີ່ວາງ​ສະ​ແດງ​ຈະ​ເພີ່ມ​ຂຶ້ນ​ອີກ 1 ໝື່ນ​ຕາ​ແມັດ​ຈາກ​ເດີມ 180.000 ຕາ​ແມັດ​ໃນ​ງານ​ຄັ້ງ​ຜ່ານ​ມາ, ຄາດ​ວ່າ​ຈະມີ​ຫຼາຍກວ່າ 80 ປະ​ເທດ​ແລະ​ເຂດ​ແຄວ້ນ​ເຂົ້າ​ຮ່ວມ​ງານ​ແລະ​ກອງ​ປະ​ຊຸມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ