ທ່ານ ສີ​ຈິ້ນ​ຜິງ ສົ່ງສານ​ຊົມ​ເຊີຍການ​ສ້າງ​ຕັ້ງ​ສະ​ມາ​ຄົມ​ວິ​ຊາ​ການ​ກະ​ສິ​ກຳ​ຈີນ​​​ຄົບ​ຮອບ 100 ປີ
2017-12-13 16:11:16  cri 
ກິດ​ຈະ​ກຳ​ທົບ​ທວນ​ຄືນການສ້າງ​ຕັ້ງ​ສະ​ມາ​ຄົມ​ວິ​ຊາ​ການ​ກະ​ສິ​ກຳ​ຈີນຄົບ​ຮອບ 100 ປີ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວ​ງ​ປັກ​ກິ່ງໃນຕອນ​ເຊົ້າ​ວັນ​ທີ 12 ທັນ​ວາ​ນີ້ ໂດຍທ່ານ ຫວ່າງ​ຢາງ ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ ​ ຮອ​ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ແລະ​ກ່າວປາ​ໄສ.
ແລະທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ສົ່ງສານ​ຊົມ​ເຊີຍ​ການ​ສ້າງ​ຕັ້ງສະ​ມາ​ຄົມ​ວິ​ຊາ​ການ​ກະ​ສິ​​ກຳ​ຈີນ​ຄົບ​ຮອບ 100 ປີ, ພ້ອມ​ທັງ​​ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຢ່າງ​ຈິງ​ໃຈ​ຕໍ່ບັນ​ດາ​ສະ​ຫາຍ​ໃນສະ​ມາ​ຄົມ ແລະພະ​ນັກ​ງານ​ເຮັດ​ວຽກ​ວິ​ທະ​ຍາ​ສາດ​ເຕັກ​ນິກ​​ກະ​ສິ​ກຳ​ທຸກ​ຖ້ວນ​ໜ້າ.

ສະ​ມາ​ຄົມ​ວິ​ຊາ​ການ​ກະ​ສິ​ກຳ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 1917, ເປັນ​ໜຶ່ງ​ໃນ​ສະ​ມາ​ຄົມ​ວິ​ຊາ​ການ​ທີ່​ສຳ​ຄັນ​ທີ່​ສ້າງ​ຕັ້ງ​ຂຶ້ນ​ກ່ອນ​ໝູ່​ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ