ທ່ານ ສີ​ຈິ້ນ​ຜິງ ເຂົ້າ​ຮ່ວມ​ພິ​ທີ​​​ໄວ້​ອາ​ໄລ​ແຫ່ງ​ຊາດ​ເພື່ອ​ລະ​ລຶກ​ເຖິງ​ຜູ້​ເສຍ​ຊີ​ວິດ​ໃນ​ເຫດ​ການ​ສັງ​ຫານ​ໝູ່​ນານ​ກິ່ງ
2017-12-13 16:42:16  cri 
ປີ​ນີ້​ແມ່ນ​ປີ​ຄົບ​ຮອບ​ປີ​ທີ 80 ຂອງ​ການ​ເກີດ​ເຫດ​ການ​ສັງ​ຫານ​ໝູ່ນານ​ກິ່ງ. ໃນ​ຕອນ​ເຊົ້າ​ວັນ​ທີ 13 ທັນ​ວາ​ນີ້, ​ພິ​ທີ​ໄວ້​ອາ​ໄລແຫ່ງ​ຊາດ​​ເພື່ອ​ລະ​ລຶກ​ເຖິງ​ຜູ້​ເສຍ​ຊີ​ວິດ​ໃນ​ເຫດ​ການ​ສັງ​ຫານ​ໝູ່​ນານ​ກິ່ງ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ນານ​ກິ່ງ​ດ້ວຍ​ບັນ​ຍາ​ກາດ​ໂສກ​ເສົ້າ​ແລະ​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ ໂດຍ​ມີທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດຈີນ, ປະ​ທານ​ປະ​ເທດ, ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​​ເຂົ້າ​ຮ່ວມ​ການ​ດຳ​ເນີນ​ພິ​ທີ.

ທ່ານ ຢູ​ເຈີ້ງ​ເຊີ່ງ ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງປະ​ຊາ​ຊົນ​ແຫ່​ງ​ຊາດ​ຈີນ​ໄດ້ເຂົ້າ​ຮ່ວມ​ພິ​ທີ​ແລະ​ກ່າວ​​ປາ​ໄສວ່າ: ຫາກ​ໄດ້ປະ​ຫວັດ​ສາດ​ຢ່າງ​ຖືກ​ຕ້ອງ, ເຮົາຈຶ່ງ​​ຈະ​ຮູ້ສ້າງ​ອະ​ນາ​ຄົດ​ທີ່​ດີກວ່າ​ເກົ່າ. ເພື່ອ​ອະ​ນາ​ຄົດ, ພວກ​ເຮົາຈຶ່ງ​ຄວນ​ຄ້ອງຈື່​ປະ​ຫວັດ​ສາດໃຫ້​ໄດ້;ເພື່ອ​ລູກ​ຫຼານ​ພວກ​ເຮົາ, ພວກ​ເຮົາ​ຄວນ​ຈື່​ເຫດ​ການ​ທີ່​ເກີດ​ຂຶ້ນ​ກັບ​ບັນ​ພະ​ບຸ​ລຸດ;ເພື່ອ​ຫຼີກ​ເວັ້ນບໍ່​ໃຫ້ເກີດ​ເລື່ອງ​ໂສກ​ນາດ​ຕະ​ກຳ​​ທາງ​ປະ​ຫວັດ​ສາດຂຶ້ນ​ອີກ​ຄັ້ງໃໝ່, ພວກ​ເຮົາ​ຈະພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອສັນ​ຕິ​ພາບ​ແບບ​ຍາວ​ນານຈົນ​ກະ​ທັ້ງ​ແບບ​ຖາ​ວອນ​ຂອງມວນ​ມະ​ນຸດ​. ເພື່ອ​ສັນ​ຕິ​ພາບ,ຈີນ​ຈະ​ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ແຫ່ງ​ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ບໍ່​ວ່າ​ຈະ​ພັດ​ທະ​ນາຮອດ​ລະ​ດັບ​ໃດ​ກໍ​ຕາມ,ຈີນ​ກໍ່​ຈະ​ບໍ່ຫຼົງ​ໃນ​ອຳ​ນາດ​ແລະ​ກ້າວ​ຂຶ້ນ​ເປັນ​ເຈົ້າ​ໂລກ ຈະ​ບໍ່ຂະ​ຫຍາ​ຍ​ອາ​ນາ​ເຂດ,ຈະ​ບໍ່​ບັ​ງ​ຄັບ​ໃຫ້​ຊົນ​ຊາດ​ອື່ນປະ​ເທ​ດ​ອື່ນ​ປະ​ສົບ​ເຄາະ​ຮ້າຍ​ທີ່​ໜ້າ​ສັງ​ເວດ​ດັ່ງ​ທີ່ຊົນ​ຊາດ​ເຮົາ​ເຄີຍ​ໄດ້​ປະ​ສົບໃນ​ປະ​ຫວັດ​ສາດ​ນັ້ນ​.ຈີນ​ຈະ​ຍຶດ​ຫຼັກ​ໝັ້ນ​ເຫຼົ່າ​ນີ້​ຕໍ່​ໄປ​ໃນ​ອະ​ນາ​ຄົດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ