ຕາມຂ່າວ CRI: ທ່ານນາງຢັງວາຄັງ ລັດຖະມົນຕີກະຊວງການຕ່າງປະເທດ ສ ເກົາຫຼີກ່າວໃນວັນທີ 11 ທັນວານີ້ວ່າ, ຄວນສ້າງຊ່ອງທາງແລກປ່ຽນທີ່ມີປະສິດທິຜົນກັບ ສປປ ເກົາຫຼີ, ເພື່ອສະແດງຄວາມເຫັນທີ່ເປັນເອກະພາບກັນຂອງປະຊາຄົມໂລກທີ່ໃຫ້ ສປປ ເກົາຫຼີປົດອາວຸດນິວເຄຼຍ. ຂະນະທີ່ລັດຖະບານປະເທດຕົນກໍມີແຜນຈະພົວພັນກັບ ສປປ ເກົາຫຼີເພື່ອຕັ້ງໜ້າຊຸກຍູ້ປັບປຸງສາຍພົວພັນລະຫວ່າງສອງປະເທດໃຫ້ໄດ້ຮັບການຟື້ນຟູດີຂຶ້ນ. ປະຊາຄົມໂລກຄວນພະຍາຍາມຊຸກຍູ້ໃຫ້ ສປປ ເກົາຫຼີເຂົ້າສູ່ຂະບວນການເຈລະຈາບົນພື້ນຖານທີ່ທຸກຝ່າຍຍັງສືບຕໍ່ກົດດັນຕໍ່ ສປປ ເກົາຫຼີ.
ໃນພິທີຖະແຫຼງຂ່າວທີ່ຈັດຂຶ້ນຢູ່ປັກກິ່ງໃນວັນທີ 12 ທັນວານີ້, ທ່ານລູ້ຄາງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ແຕ່ໃດມາຈີນກໍເຫັນດີແລະເດັດດ່ຽວສະໜັບສະໜູນ ສ ເກົາຫຼີແລະ ສປປ ເກົາຫຼີໃນການປັບປຸງສາຍພົວພັນໃຫ້ດີຂຶ້ນໂດຍຜ່ານການເຈລະຈາ, ຊຸກຍູ້ຄວາມເຂົ້າໃຈກັນແລະການຮ່ວມມື, ເພື່ອເສີມຂະຫຍາຍບົດບາດຢ່າງຕັ້ງໜ້າໃນການຜ່ອນຄາຍສະຖານະການທີ່ເຄັ່ງຕຶງ, ຮັກສາສັນຕິພາບແລະສະຖຽນລະພາບຂອງແຫຼມເກົາຫຼີ. ຈີນຫວັງໃຫ້ບັນດາຝ່າຍສາມາດທຳຄວາມພະຍາຍາມ, ເພື່ອສ້າງເງື່ອນໄຂແລະບັນຍາກາດທີ່ຈຳເປັນແກ່ການເປີດການເຈລະຈາຄືນໃໝ່.