ທ່ານ​ທ​ຣຳ​​ລົງ​ນາມ​ໃນ​​​ຍັດ​ຕິມອບ​ສິດ​ເບີກ​ງົບ​ປະ​ມານ​ປ້ອງ​ກັນ​ປະ​ເທດ 700 ຕື້​ໂດ​ລາ
2017-12-13 11:11:51  cri 
ວັນ​ທີ 12 ທັນ​ວາ​ນີ້, ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໄດ້​​ລົງ​ນາມ​ໃນ​ຍັດ​ຕິມອບ​ສິດ​ເບີກງົບ​ປະ​ມານ​ປ້ອງ​ກັນ​ປະ​ເທດ​ສົກ​ການ​ເງິນ 2018 ​ປະ​ມານ 700 ຕື້​ໂດ​ລາ ເຊິ່ງ​ຍັດ​ຕິດັ່ງ​ກ່າວ​ໄດ້​ຖືກ​ຮັບ​ຮອງ​ໃນ​ສະ​ພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ​ໃນ​ເດືອນ​ພະ​ຈິກ​ຜ່ານ​ມາ​ນີ້ ແລະ ເປັນ​ຍັດ​ຕິມອບ​ສິດ​ເບີກ​ງົບ​ປະ​ມານ​ປ້ອງ​ກັນ​ປະ​ເທດ​ທີ່​ມີ​ຈຳ​ນວນ​ເງິນຫຼາຍ​ທີ່​ສຸດ​ເທົ່າ​ທີ່​ເຄີຍ​ຮັບ​ຮອງ​ໃນ​ສະ​ພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ນັບ​ແຕ່​ສົງ​ຄາມ​​ອັບ​ກາ​ນິ​ດສະ​ຖານ ແລະ ອີ​ຣັກ​ເປັນ​ຕົ້ນ​ມາ.

ອີງ​ຕາມ​ຍັດ​ຕິ​ດັ່ງ​ກ່າວ, ຍອດ​ງົບ​ປະ​ມານ​ລາຍ​ຈ່າຍ​ດ້ານ​​ວຽກ​ງານປ້ອງ​ກັນ​ປະ​ເທດ​ຂອງ​ອາ​ເມ​ລິ​ກາ​ໃນ​ສົກ​ການ​ເງິນ​ 2018 ຈະ​ມີ​ປະ​ມານ700 ຕື້​ໂດ​ລາ, ຫຼາຍກວ່າ​ຍອດ​ງົບ​ປະ​ມານ​ຂອງ​ປີ 2017 ທີ່​ມີຈຳ​ນວນ 619 ຕື້​ໂດ​ລາ​ ເຊິ່ງ​ເກີນ​ຈຳ​ນວນ​ທີ່​ລະ​ບຸ​ໃນ​ຂໍ້​ກຳ​ນົດ "ຫຼຸດ​ຂຸມ​ການ​ເງິນ​ຢ່າງ​ອັດ​ຕະ​ໂນ​ມັດ" ທີ່​ລະ​ບຸ​ໄວ້​ໃນ​ຍັດ​ຕິຄວບ​ຄຸມ​ງົບ​ປະ​ມານ​ປີ 2011. ສະ​ນັ້ນ, ກ່ອນ​ຈະ​ເບີກ​ງົບ​ປະ​ມານ​ດັ່ງ​ກ່າວ, ສະ​ພາ​ແຫ່ງ​ຊາ​ດ​ອາ​ເມ​ລິ​ກາ​ຕ້ອງ​ຊອກວິ​ທີຍົກ​ເລີກ​ຄວາມ​ຈຳ​ກັດ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ