ສື່ມວນ​ຊົນ​ອັ​ຟ​ກາ​​ນິສະ​ຖານ​ລາຍ​ງານ​ວ່າ ກຸ່ມISໄດ້​ຄວບ​ຄຸມ​ບາງ​ເຂດ​ພາກ​ເໜືອ​ອັ​ຟ​ກາ​ນິ​ສະ​ຖານ​ແລ້ວ
2017-12-14 15:40:04  cri 

ໜັງ​ສື​ພິມ​ອັ​ຟ​ກາ​ນິ​ສ​ຖານ​ທາ​ມ​ລາຍ​ງານ​ໃນ​ເມື່ອ​ມໍ່​ໆ​ນີ້​ວ່າ: ດາ​ຊັບ ແລະ​ໂຄ​ສ ເຕ​ປາ ພາກ​ໃຕ້​ຂອງ​ແຂວງ​ໂຈ​ສ​ຈັນ ທາງ​ພາກ​ເໜືອ​ອັ​ຟ​ກາ​ນິ​ສະ​ຖານ​ໄດ້​ຖືກ​ກຸ່ມISຄວບ​ຄຸມ​ແລ້ວ, ເຫຼືອ​ແຕ່​ສຳ​ນັກ​ງານ​ຫ້ອງ​ການ​ຕຳຫຼວດ​ແລະ​​ເຈົ້າ​ໜ້າ​ທີ່ອົງ​ການ​ປົກ​ຄອງ​ເທົ່າ​ນັ້ນ​ຍັງ​ຢູ່​ໃຕ້​ການ​ຄວບ​ຄຸມ​ຂອງ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ດັ່ງ​ກ່າວ. ປະ​ຊາ​ຊົນ​ຈຳ​ນວນຫຼາຍ​ໄດ້​ໜີ​ໄປ​ລີ້​ໄພ​ຢູ່​ເມືອງ​ເຊ​ເບີ​ກັນ ເທດ​ສະ​ບານ​ແຂວງ​ດັ່ງ​ກ່າວ. ຂະ​ນະ​ທີ່ກອງ​ທັບ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ອັ​ຟ​ກາ​ນິ​ສະ​ຖານເລີ່ມ​ປາບ​ປາມ​ກຸ່ມISຢູ່​ສອງ​ແຫ່ງ​ດັ່ງ​ກ່າວ​​ນັບແຕ່​ວັນ​ທີ 12 ທັນ​ວາ​ຜ່ານ​ມາ.


ນອກ​ນີ້, ໜັງ​ສື​ພິມ​ກາ​ບູນ​ທາມ​ລາຍ​ງານ​ວ່າ: ປັດ​ຈຸ​ບັນ,ກຸ່ມ ​IS ໄດ້​ສ້າງ​ຖານ​ທີ່​ໝັ້ນຫຼາຍ​ແຫ່ງ​ຢູ່​ແຂວງ​ໂຈ​ສ​ຈັນ ທັງ​ໄດ້​ປິດ​​ເສັ້ນທາງ​ຈາກ​ດາ​ຊັບ​​ຫາ​ເຂດ​ແຄວ້ນ​ອື່ນ ແລະ​ມີ​ຜູ້​ປະ​ກອບ​ອາ​ວຸດ IS ປະ​ມານ 300 ຄົນ​ກຳ​ລັງ​ບັງ​ຄັບ​ເກນ​ເອົາ​ເດັກ​ນ້ອຍ​ທ້ອງ​ຖິ່ນ​ດັ່ງ​ກ່າວ​ເພື່ອ​ອົບ​ຮົມ​ກໍ່​ສ້າງ​ໃຫ້​ເປັນ​ກຳ​ລັງ​ປະ​ກອບ​ອາ​ວຸດ​ຂອງ​ກຸ່ມ IS.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ