ເດືອນ​ພະ​ຈິກ​2017ຈີນ​ລົງ​ທຶນ​ຢູ່​ຕ່າງ​ປະ​ເທດຫຼາຍກວ່າ 20 ຕື້​ໂດ​ລາ
2017-12-14 16:35:48  cri 
ຂ່າວ​ສານ​ຈີນ​ລາຍ​ງານ​ວ່າ: ກະ​ຊວງ​ການ​ຄ້າ​ຈີນ​ເປີດ​ເຜີຍ​ສະ​ຖິ​ຕິຫຼ້າ​ສຸດ​ໃນ​ວັນ​ທີ 14 ທັນ​ວາ​ນີ້​ວ່າ: ເດືອນ​ພະ​ຈິກ​ຜ່ານ​ມາ, ຈີນ​ໄດ້​ລົງ​ທຶນ​ຢູ່​ຕ່າງ​ປະ​ເທດ​ເຖິງ 21,24 ຕື້ລ້ານ​ໂດ​ລາ​ສະ​ຫະ​ລັດ ເພີ່ມ​ຂຶ້ນ 34,9% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ ຖື​ວ່າ​ເປັນຄັ້ງທຳ​ອິດໃນ​ຮອບ​ປີ​ທີ່ຍອດ​ການ​ລົງ​ທຶນ​ໃນ​ເດືອນ​ເພີ່ມ​ຂຶ້ນຫຼາຍກວ່າ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​.

ກ່ອນ​ໜ້າ​ນີ້, ກະ​ຊວງ​ການ​ຄ້າ​ຈີນ​ຖະ​ແຫຼງວ່າ: ຈີນ​​ຍຶດ​ໝັ້ນຫຼັກ​ການ "3 ບໍ່​ຄອນ​ແຄນ" ໃນ​ການ​ຄຸ້ມ​ຄອງ​ການລົງ​ທຶນ​ຕໍ່​ຕ່າງ​ປະ​ເທດ​ຄື ໜຶ່ງ ຍຶດ​ໝັ້ນ​ທິດ​ທາງ​ຍຸດ​ທະ​ສາດ​ເປີດ​ປະ​ຕູ​ສູ່​ພາຍນອກແບບ​ບໍ່​ຄອນ​ແຄ​ນ, ສອງ​ ຍຶດ​ໝັ້ນ​ຊຸກ​ຍູ້​ການ​ປະ​ຕິ​ບັດ​ຍຸດ​ທະ​ສາດ "​ໄປ​ລົງ​ທຶນ​ຢູ່ຕ່າງ​ປະ​ເທດ"​ແບບບໍ່​ຄອນ​ແຄນ, ​ແລະສາມ ຍຶດ​ໝັ້ນຫຼັກ​ການ​ປ້ອງ​ກັນ​ຄວາມ​ສ່ຽງ​ດ້ານ​ການ​ລົງ​ທຶນ​​ແບບຕໍ່​ຕ່າງ​ປະ​ເທດ​ບໍ່​ຄອນ​ແຄນ.

ຂະ​ນະ​ດຽວ​ກັນ, ບໍ​ລິ​ສັດ​ຈີນ​ໄດ້​ເຊັນ​ສັນ​ຍາ​ຮັບ​ເໝົາໂຄ​ງ​ການທີ່​ມີ​ມູນ​ຄ່າເຖິງ 113,52 ຕື້ລ້ານ​ໂດ​ລາ​ກັບ 61 ປະ​ເທດ​ທີ່​ຢູ່​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ ເຊິ່ງກວມຍອດ​ມູນ​ຄ່າ​ຮັບ​ເໝົາ​ໂຄງ​ການ​ຕ່າງ​ປະ​ເທດ 54,1% ເພີ່ມ​ຂຶ້ນ 13,1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ