ຈັດພິ​ທີ​ລະ​ນຶກ​ວັນ​ເກີດ​ເຫດ​ການ​ສັງ​ຫານ​ໝູ່​ນານ​ກິ່ງ​ຄົບ​ຮອບ 80 ປີ
2017-12-14 16:50:47  cri 
ວັນ​ທີ 13 ທັນ​ວາ​ນີ້​ເປັນ​ວັນ​ຄົບ​ຮອບ 80 ປີ​​ຂອງ​ການ​ເກີດ​ເຫດ​ການສັງ​ຫານ​ໝູ່​ນານ​ກິ່ງ​ທີ່​ພວກ​ທະ​ຫານ​ຟາ​ຊິດ​ຍີ່​ປຸ່ນ​ຜູ້​ຮຸກ​ຮານ​ຈີນກໍ່​ຂຶ້ນ​ໃນ​ສະ​ໄໝ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ, ປີ​ນີ້​ເປັນ​ປີ​ທີ 4 ຕັ້ງ​ແຕ່​ໄດ້​ກຳ​ນົດ​ໃຫ້​ວັນ​ນີ້​ເປັນ​ວັນ​ໄວ້​ອ​າ​ໄລ​ແຫ່ງ​ຊາດ​ເພື່ອ​ລະ​ນຶກ​ເຖິງ​ຜູ້​ເສຍ​ຊີ​ວິດ​ຈາກ​ເຫດ​ການ​ສັງ​ຫານ​ໝູ່​ນານ​ກິ່ງ. ​ໃນວັນ​ດຽວ​ກັນ​ນີ້, ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ​ຍີ່​ປຸ່ນ​ທີ່ຄັດ​ຄ້ານ​ສົງ​ຄາມ​ກໍ​ໄດ້​ເປັນ​ເຈົ້າ​ພາບ​ຈັດ​ກິດ​ຈະ​ກຳ​ລະ​ນຶກວັນ​ເກີດ​ເຫດ​ການ​ສັງ​ຫານ​ໝູ່​ນານ​ກິ່ງ​ຢູ່​ນະ​ຄອນຫຼວງ​ໂຕ​ກຽວ​ປະ​ເທດ​ຍີ່​ປຸ່ນ ​ມີປະ​ຊາ​ຊົນ​ຍີ່​ປຸ່ນ​ເກືອບ 200 ຄົນ​ເຂົ້າ​ຮ່ວມ.

ນາງ​ລູ້ຫຼິງ ລູກ​​ສາວ​ຂອງ​ນາງຫຼີ​ຊິ້ວ​ຢິ່ງ ຜູ້​ລອດ​ຊີ​ວິດ​ຈາກ​ເຫດ​ການ​ສັງ​ຫານ​ໝູ່​ນານ​ກິ່ງ​ກໍ​ໄດ້​ເດີນ​ທາງ​ໄປ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ດັ່ງ​ກ່າວ​ໂດຍ​ໄດ້ບອກ​ເລົ່າ​ກ່ຽວ​ກັບ​ປະ​ສົບ​ການ​ການ​ຖືກ​ເຄາະ​ຮ້າຍ​ຂອງ​ແມ່​ຕົນ​ໃຫ້​ປະ​ຊາ​ຊົນ​ຍີ່​ປຸ່ນ​ຊາບ ເພື່ອ​ເຜີຍ​ແບ​ຄວາມ​ໂຫດ​ຮ້າຍ​ປ່າ​ເຖື່ອນ​ຂອງກອງ​ທະ​ຫານ​ຍີ່​ປຸ່ນ​ຮຸກ​ຮານ​ຈີນ. ທ່ານ​ເມີ້ງ​ໂກວ​ສຽງ ຮອງ​ປະ​ທານ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ປະ​ຫວັດ​ສາດ​ກ່ຽວ​ກັບ​ກອງ​ທະ​ຫານ​ຍີ່​ປຸ່ນ​ຜູ້​ຮຸກ​ຮານ​ຈີນ​ກໍ່​ເຫດ​ສັງ​ຫານ​ໝູ່​ນານ​ກິ່ງ, ສາ​ສະ​ດາ​ຈານ​ມະ​ຫາ​ວິ​ທະ​ຍາ​ໄລ​ແພດ​ສາດ​ນານ​ກິ່ງ​ກໍ​ໄດ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ດັ່ງ​ກ່າວ​ໃນ​ຖາ​ນະ​ເປັນ​ແຂກ​ຖືກ​ເຊີນ. ປະ​ຊາ​ຊົນ​ຍີ່​ປຸ່ນຫຼາຍໆ​ຄົນ​ທີ່​ມາ​ເຂົ້າ​ຮ່ວມ​ກິດ​ຈະ​ກຳຕ່າງ​ກໍ​ຢືນ​ຢັນ​ວ່າ ເມື່ອ​ຟັງ​ການ​ບັນ​ຍາຍ​ຂອງ​ທ່ານ​ນາງ​ລູ້ຫຼິງ​ແລະ​ທ່ານ​ເມີ້ງ​ໂກວ​ສຽງ​ແລ້ວ​ຮູ້​ສຶກ​ຕື່ນ​ຕົກ​ໃຈຫຼາຍ. ທ່ານ​ນາງ​ຜູ້​ໜຶ່ງ​​ກ່າວວ່າ:  "ປະ​ສົບ​ການ​ຂອງ​ຜູ້​ຖືກ​ເຄາະ​ຮ້າຍ​ຈາກ​ເຫດ​ການ​ສັງ​ຫານ​ໝູ່​ນານ​ກິ່ງ​ເຮັດ​ໃຫ້​ຕົນ​ຮູ້​ສຶກ​ສະ​ເທືອນ​ໃຈຫຼາຍ ແລະ​ຫວັງ​ວ່າ​ຜ່ານ​ຈາກ​ການ​ລະ​ນຶກ​ເຖິງປະ​ຫວັດ​ສາດ​ຕອນ​ນີ້​ມັນ​ຈະ​ເປັນ​ສິ່ງ​ຍູ້​ດັນ​ການ​ສ້າງ​ອະ​ນາ​ຄົດ​ທີ່​ມີ​ແຕ່​ສັນ​ຕິ​ພາບຫຼາຍ​ຂຶ້ນກວ່າ​ເກົ່າ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ