ກອງ​ປະ​ຊຸມ​ແຫ່ງ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ທີ່​ກ້າວ​ເຂົ້າ​ສູ່​ໄລ​ຍະ​ສຳ​ຄັນ​ແຫ່ງ​ການ​ພັດ​ທະ​ນາ
2017-12-14 17:00:13  cri 
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອບ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຄັ້ງ​ທີ 3 ​ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ຕ້າຫຼີ ແຂວງ​ຢຸນ​ນານ ສ​ປ ຈີນ​ແຕ່​ວັນ​ທີ 14-16 ທັນ​ວາ​ນີ້​ໂດຍ​ການ​ເປັນ​ປະ​ທານ​ຮ່ວມ​ຂອງທ່ານ​ວາງ​ຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ແລະ​ທ່ານ​ປ​ຣັກ ໂຊ​ຄອນ ລັດ​ຖະ​ມົນ​ຕີ​ວຽກ​ງານ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ແລະ​ການ​ຮ່ວມ​ມື​ສາ​ກົນ​ກຳ​ປູ​ເຈຍ​, ຜູ້​ຕາງ​ໜ້າ​ຈາກ​ແຕ່​ລະ​ປະ​ເທດ​ທີ່​ຈະ​ເຂົ້າ​ມາ​ຮ່ວມ​ມີ ​ທ່ານ​ປ​ຣັກ ໂຊ​ຄອນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ແລະ​ການ​ຮ່ວມ​ມື​ສາ​ກົນ​ກຳ​ປູ​ເຈຍ, ທ່ານ​ສະ​ເຫຼີມ​ໄຊ ​ກົມ​ມະ​ສິດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ, ທ່ານຢໍ​ຕິນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຮ່ວມ​ມື​ສາ​ກົນ​ມຽນ​ມາ, ທ່ານ​ດອນ​ ປ​ຣະ​ມັດ​ວິ​ໄນ ລັດ​ຖະມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄທ, ທ່ານ​ຟາມ​ບິງ​ມິງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ.

​ຄາດ​ວ່າ ກອງ​ປະ​ຊຸມ​ຄັ້ງ​ນີ້​ຈະຫາ​ລື 3 ຫົວ​ຂໍ້​ສຳ​ຄັນ​ຄື: ໜຶ່ງ ທົບ​ທວນ​ຄືນ​ຄວາມ​ຄືບ​ໜ້າ​ຂອງ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ, ເພີ່ມ​ທະ​ວີ​ໝາກ​ຜົນ​ແຫ່ງ​ການ​ຮ່ວມ​ມື. ສອງ​ແມ່ນ​ສະຫຼຸບ​ບົດ​ຮຽນ​ການ​ຮ່ວມ​ມື​ເພື່ອ​ສ້າງ​ພື້ນ​ຖານ​ອັນ​ໜັກ​ແໜ້ນ​ໃຫ້​ແກ່​ການ​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຕໍ່​ໜ້າ. ສາມ​ແມ່ນ​ລົງ​ເລິກ​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ທິດ​ທາງ​ການ​ພັດ​ທະ​ນາ​ໃນ​ອະ​ນາ​ຄົດ​ຂອງ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ເພື່ອ​ເປັນ​ການ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ສຸດຍອດ​ຂອບ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ​-ແມ່​​ນ້ຳ​ຂອງຄັ້ງ​ທີ 2.

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອບ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ເປັນ​ກອງ​ປະ​ຊຸມ​ສຳ​ຄັນ​ໜຶ່ງ​ທີ່​ຈັດ​ຂຶ້ນ​ໃນ​ໄລ​ຍະສຳ​ຄັ​ນ​ແຫ່ງ​ການ​ພັດ​ທະ​ນາ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​​ທີ່​ພວມ​ຂະ​ຫຍາຍຈາກ​ໄລ​ຍະ​ບຳ​ລຸງ​ກໍ່​ສ້າງ​ກ້າວ​ໄປ​ສູ່​ໄລ​ຍະ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ. ປະ​ເທດ​ຕ່າງໆ​ລ້ວນ ​ຫວັງ​ໃຫ້​ລະ​ດັບ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງຖືກ​ຍົກ​ໃຫ້​ສູງ​ຂຶ້ນ​ຕື່ມ​ອີກ ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ​ແລະ​ຂະ​ບວນ​ການ​ເຊື່ອ​​ມໂຍງ​ ຂອງ​ພາກ​ພື້ນ, ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ທີ່​ມີ​ສັນ​ຕິ​ພາບ​ແລະຈະ​ເລີ​ນ​ຮຸ່ງ​ເຮືອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ