ລັດ​ຖະສະ​ພາ​​ຟີ​ລິບ​ປິນ​ອະ​ນຸ​ມັດ​ແກ່​ຍາວ​​ການ​ປະ​ກາດພາ​ວະ​ສຸກ​ເສີນ​ຢູ່​ເກາະ​ມິນ​ດາ​ນາວ​ໄປ​ຮອດ​ທ້າຍ​ປີ​ໜ້າ
2017-12-14 11:35:23  cri 
ສະ​ພາ​ຕ່ຳ​ແລະ​ສະ​ພາ​ສູງ​ຂອງ​ຟີ​ລິບ​ປິນ​ໄດ້​ຈັດ​ກອງ​ປະ​ຊຸມຮ່​ວມໃນ​ວັນ​ທີ 13 ທັນ​ວາ​ນີ້ ໂດຍ​ໄດ້​ຜ່ານ​ຂໍ້​ສະ​ເໜີ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ໂຣດ​ຣີ​ໂກ ດູ​ເຕີ​ເຕ ກ່ຽວ​ກັບ​ການ​ແກ່​ຍາວ​ການ​ປະກາດພາ​ວະ​ສຸ​ກເສີ​ນ​ຢູ່ເກາະ​ມິນ​ດາ​ນາວ​ອີກ​ເທື່ອ​ໜຶ່ງ​ເຊິ່ງ​ຂໍ້​ສະ​ເໜີ​ໄດ້​ຖືກ​ເຫັນ​ດີດ້ວຍ​ສຽງ​ສ່ວນ​ໃຫຍ່. ໂດຍໄດ້​ຮັບ​ການ​ອະ​ນຸ​ມັດ​ເວ​ລາ​ຕື່ມ​ອີກ 1 ປີ​ຄື​ແຕ່​ວັນ​ທີ 1 ມັງ​ກອນ​ໄປ​ຈົນ​ເຖິງວັນ​ທີ 31 ທັນ​ວາ​ ປີໜ້າ.

ທ່ານ ດູ​ເຕີ​ເຕ​ໄດ້​ສົ່ງ​ຈົດ​ໝາຍ​ກ່ຽວ​ກັບຂໍ້​ສະ​ເໜີ​ຂອງ​ທ່ານ​ ເດວ​ຟີນ ໂລ​ເຣັນ​ຈາ​ນາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໄປ​ຍັງ​ລັດ​ຖະ​ສະ​ພາ​ໃນ​ວັນ​ທີ 8 ທັນ​ວາ​ຜ່ານ​ມາ​ນີ້ ເຊິ່ງ​ມີ​ເນື້ອ​ໃນ​ຮຽກ​ຮ້ອງ​ໃຫ້​ແກ່​ຍາວການ​ປະກາດພາ​ວະ​ສຸກ​ເສີນ​ຂອງ​ເກາະ​ມິນ​​ດາ​ນາວ​ໄປ​ຈົນຮອດ​ທ້າຍ​ປີ​ໜ້າ, ເພື່ອ​ກຳ​ຈັດ​ໄພຂົ່ມ​ຂູ່​ແບບ​ກໍ່​ການ​ຮ້າຍ​ຈາກ​ຜູ້​ກໍ່​ການ​ຮ້າຍ​​ທີ່​ພົວ​ພັນ​ເຖິງ​ກຸ່ມ​ຫົວ​ຮຸນ​ແຮງ IS ແລະ ​ກຸ່ມ​ກະ​ບົດ​​ອື່ນໆ​ທີ່​ຢູ່​ໃນ​ເຂດ​ດັ່ງ​ກ່າວ.

ທ່ານ ດູ​ເຕີ​ເຕ​ ໄດ້​ເນັ້ນ​ເຖິງ​ໄພຂົ່​ມ​ຂູ່​ຕ່າງໆ​ທີ່​ເກາະ​ມິນ​ດາ​ນາວ​ປະເຊີນ, ການ​ແກ່​ຍາວ​​ການ​ປະກາດພາ​ວະ​ສຸກ​ເສີນ​ອອກ​ໄປ​ອີກ 1 ປີ, ຈະ​ມີ​ຜົນ​ດີ​ຕໍ່​ການ​ປາບ​ປາມການ​ກະ​ບົດ​ຢູ່​ເກາະ​ມິນ​ດາ​ນາວ​ຂອງກອງ​ທະ​ຫານ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ຂອງ​ປະ​ເທດ, ພ້ອມ​ທັງ​ຮັບ​ປະ​ກັນ​ຄວາມ​ປອດ​ໄພແກ່​ສາ​ທາ​ລະ​ນະ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ