ຮອງ​ນາ​ຍົກ​ຈີນ ແລະ​ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາ​ຫຼີ ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຄ້າ​ຈີນ-ສ.ເກົາ​ຫຼີ
2017-12-14 11:36:12  cri 
ວັນ​ທີ 13 ທັນ​ວາ​ນີ້, ຢູ່​ຫໍ​ຮັບ​ແຂກ​ເມືອງ​ "ຕ້ຽວ​ອີ​ທ​າຍ", ທ່ານ ຈ່າງ​ກ່າວ​ລີ້ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນກັບ​ທ່ານ ມູນ​ເຈ​ອິນ ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາ​ຫຼີ ທີ່​ມາ​ຢ້ຽມ​ຢາມ​ຈີນ​ທາງ​ລັດ​ຖະ​ກິດ​ໄດ້​​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຄ້າ​ຈີນ-ສ.ເກົາ​ຫຼີ.

ທ່ານ ຈ່າງ​ກ່າວ​ລີ້ ກ່າວ​ເນັ້ນ​ວ່າ: ການ​ພົວ​ພັນທີ່​ດີ​ລະ​ຫວ່າງ​ຈີນ-ສ.ເກົາ​ຫຼີ​​ສອດ​ຄ່ອງ​ກັບທ່າ​ຂະ​ຫຍາຍທາງ​ປະ​ຫວັດ​ສາດ​ ແລະ​ຍຸກ​ສະ​ໄໝ, ສອງ​ປະ​ເທດ​ຮ່ວມ​ກັນ​ສະ​ແຫວງ​ຫາ​ການ​ພັດ​ທະ​ນາ​ມີ​ຜົນ​ດີ​ຕໍ່​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ຂະ​ນະ​ທີ່ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ປັດ​ຈຸ​ບັນ​ໄດ້​ຢູ່​ໃນ​ໄລ​ຍະ​ທີ່​ສຳ​ຄັນ, ສອ​ງ​ຝ່າຍ​ຄວນ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່ທາງ​ການ​ພັດ​ທະ​ນາ​ຍຸດ​ທະ​ສາດ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ-ການ​ຄ້າ, ການ​ແລ​ກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳແລະການ​ຮ່ວມ​ມື​ສາ​ກົນ ເພື່ອຮ່ວມ​ກັນ​ເປີດ​ສະ​ພາບ​ໃໝ່​ແຫ່ງ​ການ​ພົວ​ພັນ ​ການ​ຮ່ວມ​ມື​ທີ່​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ.

ທ່ານ ມູນ​ເຈ​ອິນ ກ່າວ​ວ່າ: ມື້​ນີ້​ແມ່ນ​ວັນ​​​ໄວ້​ອາ​ໄລ​ແຫ່ງ​ຊາດ​ເພື່ອ​ລະ​ລຶກ​ເຖິງ​ຜູ້​ເສຍ​ຊີ​ວິດ​ໃນ​ເຫດ​ການ​ສັງ​ຫານ​ໝູ່​ນານ​ກິ່ງທີ່​ເກີດ​ຂຶ້ນ​ຄົບ​ຮອບ 80 ປີ, ຝ່າຍ​ ສ.ເກົາ​ຫຼີ ​ເອງ​ກໍ​ຮູ້​ສຶກ​ສະ​ເທືອນ​ໃຈ​ບໍ່​ຕ່າງ​ຫຍັງກັບ​ປະ​ຊາ​ຊົນ​ຈີນ. ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ປະ​ສົບບັນ​ຫາ​ໄລ​ຍະ​ໜຶ່ງ, ຫວັງ​ວ່າ​ຜ່ານ​ຈາກ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ຈະ​ສາ​ມາດ​ຊ່ວຍ​ສ້າງມິດ​ຕະ​ພາບ​ແລະ​ຟື້ນ​ຟູຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ລະ​ຫວ່າງ​ສອງ​ປະ​ເທດ​ຄືນ​ໃໝ່,ທັງ​ຊ່ວຍເພີ່ມ​ທະ​​ວີ​ໃຫ້​ມີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆຮ່ວມ​ກັນຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ