ມຽນ​ມາ​ຈະ​ເລີ່ມ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ບໍ​ລິ​ສັດ​ສະ​ບັບໃໝ່​ໃນ​ປີ​ໜ້າ
2017-12-14 16:48:01  cri 
ວັນ​ທີ 13 ທັນ​ວາ​ນີ້, ທ່ານ ອຶງ​ໄນ​ອູ ຫົວ​ໜ້າ​ກົມ​ຄຸ້ມ​ຄອງ​ບໍ​ລິ​ສັດ​ແລະ​ການ​ລົງ​ທຶນ​ມຽນ​ມາ​ໄດ້​ກ່າວ​ຢູ່​ເມືອງ​ຢາ​ງ​ກຸ້ງວ່າ: ມຽນ​ມາ​ຈະ​ເລີ່ມ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ບໍ​ລິ​ສັດ​ສະ​ບັບໃໝ່ແຕ່​ວັນ​ທີ 1 ສິງ​ຫາ​ປີ 2018 ເປັນ​ຕົ້ນ​ໄປ.

ທ່ານ ອຶງ​ໄນ​ອູ ກ່າວ​ໃນ​ການ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດັ່ງ​ກ່າວ​ວ່າ: ບົດ​ບັນ​ຍັດ​ເພີ່ມ​ເຕີມຂອງ​ກົດ​ໝາຍ​ວ່າ​ດ້ວຍ​ບໍ​ລິ​ສັດ​ສະ​ບັບໃໝ່ ແລະ ປຶ້ມ​ຄູ່​ມື​ກ່ຽວ​ກັບ​ການຈົດ​ທະ​ບຽນ​ທາງ​ອິນ​ເຕີ​ເນັດ​ ແລະ​ວຽກ​ງານ​ອື່ນໆທີ່​ກ່ຽວ​ຂ້ອງ​​ຈະ​ເຮັດ​ສຳ​ເລັດ​ໃນ​ທ້າຍ​ເດືອນ​ກໍ​ລະ​ກົດ​ປີ​ໜ້າ. ຂະ​ນະ​ທີ່ທ່ານ ທິນ​ຈໍ ປະ​ທາ​ນາ​ທິ​ບໍ​ດີ​ປະ​ເທດ​ຕົນ​ກໍໄດ້​ອະ​ນຸ​ມັດ​ກົດ​ໝາຍ​ດັ່ງ​ກ່າວ​ແລ້ວໃນ​ຫວ່າງ​ມໍ່ໆ​ນີ້.

ຂ່າວ​ແຈ້ງວ່າ: ກົດ​ໝາຍ​ສະ​ບັບໃໝ່​ໄດ້​ສະ​ເໜີ​ຫຼັກ​ການ​ຄຸ້ມ​ຄອງ​ການ​ດຳ​ເນີນ​ງານ​ຂອງ​ບໍ​ລິ​ສັດ ໄດ້​ຍົກ​ເລີກ​ມາດ​ຕາ​ທີ່​ບໍ່ສອດ​ຄ່ອງ​ກັບ​ສະ​ພາບ​ໃນ​ປັດ​ຈຸ​ບັນ​ຈຳ​ນວນ​ໜຶ່ງ​ກ່ຽວ​ກັບ​ການ​ໂອນ​ຫຸ້ນ​ສ່ວນ, ແລະ​ຈະ​ເລີ່ມ​ນຳ​ໃຊ້​ລະ​ບົບ​ຈົດ​ທະ​ບ​ຽນ​ທາງ​ອິນ​ເຕີ​ເນັດ,ນອກ​ນີ້​ຍັງອະ​ນຸ​ຍາດ​ໃຫ້​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ຖື​ຫຸ້ນ​ສ່ວນ​ວິ​ສາ​ຫະ​ກິດ​ທ້ອງ​ຖິ່ນ​ໄດ້​ໃນ​ອັດ​ຕາ​ສ່ວນ​ໃດ​ໜຶ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ