ບໍ​ລິ​ສັດໂທ​ລະ​ຄົມ​ຈີນ​ມີ​ແຜນ​ຈະ​ເຂົ້າ​ສູ່​ຕະ​ຫຼາດ​ໂທ​ລະ​ຄົມ​ຂອງ​ຟີ​ລິບ​ປິນ
2017-12-14 16:51:03  cri 
ເວັບ​ໄຊ​ກະ​ຊວງ​ການ​ຄ້າ​ຟີ​ລິບ​ປິນ​ໃຫ້​ຮູ້​ວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ ມາ​ຕິນ ອັນ​ດາ​ນາ ໂຄ​ສົກ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ເຜີຍ​ໃຫ້​ຮູ້​ວ່າ: ລັດ​ຖະ​ບານ​ຈີນ​ໄດ້​ເລືອກ​ໃຫ້​ບໍ​ລິ​ສັດໂທ​ລະ​ຄົມ​ຈີນ​ເຂົ້າ​ສູ່​ຕະ​ຫຼາດ​ໂທ​ລະ​ຄົມ​ຂອງ​ຟີ​ລິບ​ປິນ, ເພື່ອ​ຈະ​ໄດ້​ຮັບ​ໃບ​ອະ​ນຸ​ຍາດ​ດຳ​ເນີນ​ທຸ​ລະ​ກິດ​ເປັນ​ບໍ​ລິ​ສັດ​ທີ 3.

ຕາມ​ການ​ກຳ​ນົດ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ຂອ​ງ​ຟີ​ລິບ​ປິນ, ອັດ​ຕາ​ການ​ຖື​ຫຸ້ນ​ຂອງ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ໃນ​ຂົງ​ເຂດກິດ​ຈະ​ການ​ສາ​ທາ​ລະ​ນະ​ຂອງ​ຟີ​ລິບ​ປິນ​ຈະ​ບໍ່​ໃຫ້​ຫຼາຍກວ່າ 40%. ສະ​ນັ້ນ, ບໍ​ລິ​ສັດໂທ​ລະ​ຄົມ​ຈີນ​ຈຳ​ເປັນຈະ​ຕ້ອງ​ໄດ້​ເລືອກ​ບໍ​ລິ​ສັດ​ຂອງ​ຟີ​ລິບ​ປິນ​ແຫ່ງ​ໜຶ່ງ​ມາ​ຮ່ວມ​ມື​ສ້າງ​ບໍ​ລິ​ສັດ​ຮ່ວ​ມ​ທຶນ​ເພື່ອ​ເຂົ້າ​ສູ່​ຂົງ​ເຂດ​ໂທ​ລະ​ຄົມ​ຂອງ​ຟີ​ລິ​ບ​ປິນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ