ຈັດການ​ສົນ​ທະ​ນາ​​ການ​​ຮ່ວມ​ມື​ສ້າງສາສະ​ຖາ​ບັນ​ວິ​ຊາ​ຊີບ​ສາ​ກົນ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ຊົນ​ເຜົ່າ​ຢຸນ​ນານ
2017-12-14 14:54:37  cri 

ກອງ​ປະ​ຊຸມງານ​ສົນ​ທະ​ນາ​​ການ​ຮ່ວມ​ມືສ້າງສາ​ສະ​ຖາ​ບັນ​ວິ​ຊາ​ຊີບ​ສາ​ກົນ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​​ໄດ້​ຈັດ​ຂຶ້ນຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ຊົນ​ເຜົ່າ​ຢຸນ​ນານ​ເມື່ອ​ວັນ​ທີ 8 ທັນ​ວາ​ຜ່ານ​ມາ​ນີ້.

ທ່ານ​ພອນ​ພົບ ​ອ່ວມພິດ​ທະ​ຍາ, ກົງ​ສຸນ​ໃຫຍ່​ຂອງ​ສະ​ຖານ​ກົງ​ສຸນ​ໄທ​ປະ​ຈຳ​ຄຸນ​ມິງ, ທ່ານ​ໂຊ​​ເປງ ກົງ​ສຸນ​ໃຫຍ່​ຂອງ​ສະ​ຖານ​ກົງ​ສຸນ​ມຽນ​ມາ​ປະ​ຈຳ​ຄຸນ​ມິງ, ທ່ານ​ຄຳ​ພົງ ວົງ​ຊັນ​ຕິ ກົງ​ສຸນ​ໃຫຍ່​ຂອງ​ສະ​ຖານ​ກົງ​ສຸນ​ລາວ​ປະ​ຈຳ​ຄຸນ​ມິງ, ເຈົ້າ​ໜ້າ​ທີ່​ຂອງ​ສະ​ຖານ​ກົງ​ສຸນ​ຫວຽດ​ນາມ​ປະ​ຈຳ​ຄຸນ​ມິງ, ອະ​ທິ​ການ​ບໍ​ດີ​ມະ​ຫາ​ວິ​ທະ​ຍາ​ໄລ​ເຕັກ​ນິກ​​ປະ​ຍຸກ​ໃຊ້​ຊຽງ​ໄຮ, ຜູ້​ນຳ​ທີ່​ກ່ຽວ​ຂ້ອງ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຊົນ​ເຜົ່າ​ຢຸນ​ນານ, ຜູ້​ນຳ​ທີ່​ກ່ຽວ​ຂ້ອງ​ຂອງ​ອົງ​ການ​ປົກ​ຄອງ​ນະ​ຄອນ​ຣຸ້ຍ​ລີ​​ເຂົ້າ​ຮ່ວມ​, ເພື່ອ​ປຶກ​ສາ​ຫາ​ລື​​ການຮ່ວມ​ມື​ສ້າງ​ສາ​ສະ​ຖາ​ບັນ​ວິ​ຊາ​ຊີບ​ສາ​ກົນ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ.

ຂ່າວ​ແຈ້ງວ່າ, ສະ​ຖາ​ບັນ​ວິ​ຊາ​ຊີບ​ສາ​ກົນ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຈະ​ສ້າງ​ເປັນ​ສະຫະ​ພັນ​ການ​ສຶກ​ສາ​ວິ​ຊາ​ຊີບ​ແລະ​ສະ​ຖານສຶກ​ສາ​ວິ​ຊາ​ຊີບ​ທີ່​ມີ​ສຳ​ນັກ​ງານ​ໃຫຍ່​ຕັ້ງ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ຊົນ​ເຜົ່າ​ຢຸນ​ນານ​ຢູ່​ນະ​ຄອນ​ຄຸນ​ມິງ, ນຳ​ພາ​ແລະ​ປຶ​ກ​ສາ​ຫາ​ລື​ຮ່ວມ​ໂດຍ​ລັດ​ຖະ​ບານ 6 ປະ​ເທດ, ໂຮງ​ຮຽນ​ຊັ້ນ​ສູງ​ດີ​ເດັ່ນ​ຮ່ວມ​ກັນ​ສ້າງ​ຄະ​ນະ​ມົນ​ຕີ, ມີ​ຫຼາຍ​ຂະ​ແໜງ​ການ, ວິ​ສາ​ຫະ​ກິດ, ໂຮງ​ຮຽນ​ຊັ້ນ​ສູງ, ສະ​ຖາ​ບັນ​ຄົ້ນ​ຄວ້າ​ແລະ​ອົງ​ການ​ຈັດ​ຕັ້ງ​ຫຼາຍ​ຝ່າຍ​ເຂົ້າ​ຮ່ວມ​ການ​ກໍ່​ສ້າງ​ແລະ​ມຸ່ງ​ສູ່​ການ​ເປັນ​ແບບ​ຢ່າງ​ດ້ານ​ການ​ສຶກ​ສາ​ແບບ​ສາ​ກົນ. ໃນ​ເດືອນ​ກັນ​ຍາ​ປີ​ນີ້, ສະ​ຖາ​ບັນ​ວິ​ຊາ​ຊີບ​ສາ​ກົນ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໄດ້​ບັນ​ລຸ​ການ​ຮັບ​ເອົາ​ນັກ​ສຶກ​ສາ​ເຂົ້າ​ຮຽນ 120 ກວ່າ​ຄົນ​ໃນ 2 ​ສາ​ຂາວິ​ຊາ, ແລະ​ຈະ​​ຮັບເອົາ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ​​ເຂົ້າ​ຮຽນ​ໄດ້ໃນ​ປີ​ໜ້າ.

1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ