ທ່ານ​ຮຸນ​ເຊັນ​ກ່າວ​ວ່າ​ຜົນ​ການ​ເລືອກ​ຕັ້ງ​ຂອງ​ກຳ​ປູ​ເຈຍ​ບໍ່​ຕ້ອງ​ການ​​ການຮັບ​ຮອງ​ຈາກປະ​ເທດ​ອື່ນ
2017-12-14 10:59:14  cri 
ວັນ​ທີ 13 ທັນ​ວາ​ນີ້, ໃນ​ເວ​ລາ​ທີ່​ທ່ານ​ຮຸນ​ເຊັນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ໄປ​ຢື້​ຢາມ​ຖາມ​ຂ່າວ​ກຳ​ມະ​ກອນ 15.000 ​ຄົນ​ຂອງ​ນະ​ຄອນຫຼວງ​ພະ​ນົມ​ເປັນ, ທ່ານ​ກ່າວ​ວ່າ, ລັດ​ຖະ​ບາ​ນ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ​ມີ​ທຶນ​ຮອນ​ທີ່​ພຽງ​ພໍ ເພື່ອ​ດຳ​ເນີນການ​ເລືອກ​ຕັ້ງ​ໃນ​ປີ​ໜ້າ, ຜົນ​ການ​ເລືອກ​ຕັ້ງ​ບໍ່​ຕ້ອງ​ການ​​ມີການ​ຮັບ​ຮອງ​ຈາກ​ຜູ້​ນຳ​ປະ​ເທດ​ອື່ນ​ໃດ​ຕື່ມ​ອີກ, ມີ​ແຕ່​ປະ​ຕິ​ບັດ​ພາຍ​ໃຕ້ລັດ​ຖະ​ທຳ​ມະ​ນູນ​​ຂອງກຳ​ປູ​ເຈຍ​ກໍ​ພໍ​ແລ້ວ.

ພາຍຫຼັງ​ສານ​ຂັ້ນ​ສູງ​ກຳ​ປູ​ເຈຍ​ຕັດ​ສິນ​ຍຸບ​ອະ​ດີດ​ພັກ​ກູ້​ຊາດ​ກຳ​ປູ​ເຈຍ​ແລ້ວ, ວັນ​ທີ 12 ທັນ​ວາ​ນີ້, ສະ​ຫະ​ພາບ​ເອີ​ລົບ​ປະ​ກາດ​ເຊົາ​ໃຫ້​ການ​ຊ່ວຍ​ເຫຼືອ​ຕໍ່​ການ​ເລືອກ​ຕັ້ງ​ໃນ​ປີ 2018 ຂອງ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ. ທ່ານ​ຮຸນ​ເຊັນ​ຕອບ​ວ່າ, ລັດ​ຖະ​ບານ​ກຳ​ປູ​ເຈຍ​ມີ​ທຶນ​ຮອນ​ທີ່​ພຽງ​ພໍ ເພື່ອ​ຈັດ​ການ​ເລືອກ​ຕັ້ງ​ໃນ​ປີ​ໜ້າ. ການ​ເລືອກ​ຕັ້ງ​ດັ່ງ​ກ່າວ​ຈະ​ຈັດ​ຂຶ້ນ​ຕາມ​ເວ​ລາ​ກຳ​ນົດ ແລະ ຈະ​ມີຫຼາຍ​ພັກ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ.

ທ່ານ​ຮຸນ​ເຊັນ​ກ່າວ​ຕື່ມ​ວ່າ, ທຸກ​ປະ​ເທດ​ລ້ວນ​ແຕ່​ມີ​ກົດ​ໝາຍ​ຂອງ​ຕົນ, ກຳ​ປູ​ເຈຍ​ເປັນ​ປະ​ເທດ​ປົກ​ຄອງ​ປະ​ເທດ​ດ້ວຍ​ກົດ​ໝາຍ​ແບບ​ປະ​ຊາ​ທິ​ປະ​ໄຕ ທີ່​ມີຫຼາຍ​ພັກ​ການ​ເມືອງ. ອະ​ດີດ​ພັກ​ກູ້​ຊາດ​ຖືກ​ສານ​ຂັ້ນ​ສູງ​ຕັດ​ສິນ​ຍຸບ ຈະ​ບໍ່​ມີ​ຜົນ​ກະ​ທົບ​ຕໍ່​ຂະ​ບວນ​ການ​ປະ​ຊາ​ທິ​ປະ​ໄຕ​ຂອງ​ກຳ​ປູ​ເຈຍ ແລະ ຈະ​ບໍ່​ກະ​ທົບ​ເຖິງ​ການ​ເລືອກ​ຕັ້ງ​ຂອງ​ກຳ​ປູ​ເຈຍ​ໃນ​ພາຍ​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ