ທ່ານ​ສີ​ຈິ້ນ​ຜິງ​ເນັ້ນ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ ແລະ ການ​ພັດ​ທະ​ນາ ໂດຍ​ປິ່ນ​ອ້ອມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ຍຸກ​ໃໝ່
2017-12-14 15:04:48  cri 
ວັນ​ທີ 12 ຫາ 13 ທັນ​ວາ​ນີ້, ທ່ານ​ສີ​ຈິ້​ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​​ລົງ​ສຳຫຼວດ​ກວດ​ການ​ຢູ່​ນະ​ຄອນ​ສີ​ໂຈ່ວ​ແຂວງ​ຈ່ຽງ​ຊູ່ ເພື່ອ​ຮັບ​ຮູ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​​ຈິດ​ໃຈ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ ແລະ ສະ​ພາບ​ການ​ພັດ​ທະ​ນາ​ທາງ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ທ້ອງ​ຖິ່ນ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ​ການລົງ​ເລິກ​ຈັດ​ຕັ້ງ​ປະ​ຕິ​ບັດ​​ຈິດ​ໃຈ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ ແມ່ນ​ໜ້າ​ທີ່​ການ​ເມືອງ​ອັນ​ດັບ​ໜຶ່ງ​ຂອງ​ທົ່ວ​ພັກ​ ແລະ ທົ່ວ​ປະ​ເທດ ໃນ​ປັດ​ຈຸ​ບັນ ແລະ ​ໃນໄລ​ຍະ​​ຕໍ່​ໄປ. ບັນ​ດາທ້ອງ​ຖິ່ນ ແລະ ບັນ​ດາ​ພາກ​ສ່ວນ​ຕ້ອງ​​ຊາບ​ຊຶມ ແລະ ກຳ​​ຈິດໃຈ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ຢ່າງ​ເລິກ​ເຊິ່ງ ໂດຍ​ປະ​ສານ​ສົມ​ທົບ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ, ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ​ໃນ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຢ່າງ​ໜັກ​ແໜ້ນ ໂດຍ​ປະ​ສານ​ສົມ​ທົບ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່ ເພື່ອ​ຊຸກ​ຍູ້​ພາ​ລະ​ກິດ​ທຸກ​ຢ່າງ​ຂອງ​ພັກ ແລະ ລັດ​​ໃຫ້ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່.

ໃນ​ເວ​ລາ​ລົງ​ສຳຫຼວດ​ຢູ່​ກຸ່ມ​ບໍ​ລິ​ສັດ​ສີ​ກຸ່ງ, ທ່ານ​ສີ​ຈິ້​ນ​ຜິງ​ຊີ້​ອອກວ່າ, ພາຍ​ໃຕ້​ສະ​ພາບ​ການ​ທີ່​ພວກ​ເຮົາ​ຍຶດ​ໝັ້ນ​ທັດ​ນະ​ນະ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃໝ່, ພວກ​ເຮົາ​ຕ້ອງ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ຈາກ​ການ​ເຕີບ​ໂຕ​ຢ່າງວ່ອງ​ໄວ​ມາ​ເປັນ​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ. ທຸກວິ​ສາ​ຫະ​ກິດ​ຕ້ອງ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ຂອງ​ຕົນ​ໃຫ້​ດີ, ຖອດ​ຖອນ​ບົດ​ຮຽນ​ໃນ​ອະ​ດີດ ແລະ ຈັດ​ສັນ​ວຽກ​ງານ​ໃນ​ອະ​ນາ​ຄົດ​ເປັນ​ຢ່າງ​ດີ, ປະ​ກອບ​ສ່ວນໃໝ່ ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ສອງວັນ​ປະ​ຫວັດ​ສາດ​ສຳ​ຄັນ​ຄົບ​ຮອບ​ຮ້ອຍ​ປີ.

ໃນ​ເວ​ລລົງ​ສຳ​ຫຼວດ​ຢູ່​ບ້ານ​ມາ​ຈ່ວງ, ທ່ານ​ສີ​ຈິ້​ນ​ຜິງ​ໄ​ອ້​ແວ່​ຊົມ​ເບິ່ງ​ກະ​ເປົາ​ຫອມ​ປະ​ເພດ​ຕ່າງໆ​ທີ່​ເປັນ​ເຄື່ອງ​ຫັດ​ຖະ​ກຳ​ຂອງ​ຊາວ​ບ້ານ​ ແລະ ໄດ້ຊື້​ນຳ​ໜຶ່ງ​ອັນ. ຂະ​ນະ​ດຽວ​ກັນ, ທ່ານ​ກ່າວ​ວ່າ, ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຂຶ້ນ, ພາ​ລະ​ກິດ​ເຜີຍ​ແຜ່​ວັດ​ທະ​ນະ​ທຳ​ປະ​ຊາ​ຊົນ​ໃຫ້​ທົ່ວ​ເຖິງ ແລະ ການ​ສ້າງ​ສາ​ຄວາມ​ສີ​ວິ​ໄລ​ທາງ​ຈິດ​ໃຈ​ຂອງ​ພວກ​ເຮົາ ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ແທ້​ຈິງ​ຢູ່​ແຫ່ງ​ນີ້. ແຜນ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຂຶ້ນ​ຂອງ​ພວກ​ເຮົາ​ບໍ່​ພຽງ​ແຕ່​ພັດ​ທະ​ນາ​ເສດ​ຖະ​ກິດ​ ແລະ ເຮັດ​ໃຫ້​ປະ​ຊາ​ຊົນ​ມີ​ລາຍ​ຮັບ​ເພີ່ມ​ຂຶ້ນ​ເທົ່າ​ນັ້ນ, ຫາກ​ຍັງ​ເນັ້ນ​ເຖິງ​ຄວາມ​ສີ​ວິ​ໄລ​ທາງ​ຈິດ​ໃຈ​ອີກ​ດ້ວຍ ເຊິ່ງ​ນີ້​ຈະ​ເປັນ​ບັນ​ຫາ​ທາດ​ແທ້​ໃນ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ