ເສດ​ຖະ​ກິດ​ແຫ່ງ​ຊາດ​ຈີນ​ໃນ​ເດືອນ​ພະ​ຈິກ​ປີ​ນີ້​ສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ໜັກ​ແໜ້ນ​ ແລະ ມີ​ທ່ວງ​ທ່າດີ​ຂຶ້ນກວ່າ​ເກົ່າ
2017-12-14 16:04:38  cri 
ທ່ານ​ມາວ​ເຊິ້ງ​ຢົງ ໂຄ​ສົກ​ຖະ​ແຫຼງ​ຂ່າວ​ກົມ​ສະ​ຖິ​ຕິ​ແຫ່ງ​​ຊາດ​ຈີນ​ໄດ້​ເປີດ​ເຜີຍ​ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 14 ທັ​ນ​ວາ​ນີ້​ວ່າ, ເສດ​ຖະ​ກິດ​ແຫ່ງ​ຊາດ​ຈີນ​ໃນ​ເດືອນ​ພະ​ຈິກ​ປີ​ນີ້​ສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ໜັກ​ແໜ້ນ​ ແລະ ມີ​ທ່ວງ​ທ່າດີ​ຂຶ້ນກວ່າ​ເກົ່າ, ຄວາມ​ຕ້ອງ​ການ​ດ້ານ​ການ​ຜະ​ລິດ​ເພີ່ມ​ຂຶ້ນ​ຢ່າງ​ໜັກ​ແໜ້ນ, ການ​ປະ​ກອບ​ອາ​ຊີບ ແລະ ລາ​ຄາ​ສິນ​ຄ້າ​ໃນ​ຕະຫຼາດ​ມີ​ສະ​ຖຽນ​ລະ​ພາບ​ດີ, ໂຄງ​ປະ​ກອບ​ເສດ​ຖະ​ກິດ​ໄດ້​ຮັບ​ການ​ປັບ​ປຸງ​ດີ​ຂຶ້ນ​ເລື້ອຍໆ, ຄຸນ​ນະ​ພາບ ແລະ ປະ​ສິດ​ທິ​ພາບ​ຂອງ​ເສດ​ຖະ​ກິດ​ກໍ​ດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.

ເຈົ້າ​ໜ້າ​ທີ່​ຜູ້​​ທ່ານ​ຍັງ​ເປີດ​ເຜີຍ​ຂໍ້​ມູນ​ອີກ​ວ່າ, ການ​ຜະ​ລິດ​ດ້ານ​ອຸດ​ສາ​ຫະ​ກຳ​ເຕີບ​ໂຕ​ຢ່າງ​ໜັກ​ແໜ້ນ, ມູນ​ຄ່າ​ເພີ່ມ​ຂອງ​ອຸດ​ສາ​ຫະ​ກຳ​ຂະ​ໜາດ​ໃຫຍ່​ໃນ​ທົ່ວ​ປະ​ເທດ​ໃນ​ເດືອນ​ພະ​ຈິກ​ຜ່ານ​ມາ​ນີ້​ເພີ່ມ​ຂຶ້ນ​ຕົວ​ຈິງ 6,1% ​ເຊິ່ງຕ່ຳ​ກວ່າ​ເດືອນ​ຕຸ​ລາ 0,1%. ຂະ​ແໜງ​ການ​ບໍ​ລິ​ການ​ເພີ່ມ​ຂຶ້ນ​ຂ້ອນ​ຂ້າງໄວ, ​ດັດ​ສະ​ນີ​ການ​ຜະ​ລິດ​ໃນ​ຂະ​ແໜງ​ການ​ບໍ​ລິ​ການ​ໃນ​ທົ່ວ​ປະ​ເທດ​ໃນ​ເດືອນ​ພະ​ຈິກ​ໄດ້​ເພີ່ມ​ຂຶ້ນ 7,8% ແລະ ຕ່ຳ​ກວ່າ​ເດືອນ​ຕຸ​ລາ 0,2%.

ຕົວ​ເລກ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ, ຍອດ​ມູນ​ຄ່າ​​ຂາຍ​ຍ່ອຍເຄື່ອງ​ອຸ​ປະ​ໂພກ​ບໍ​ລິ​ໂພກ​ໃນ​ສັງ​ຄົມ​ໃນ​ເດືອນ​ພະ​ຈິກ​ໄດ້​ເພີ່ມ​ຂຶ້ນ 10,2% ແລະ ສູງກວ່າ​ເດືອນ​ຕຸ​ລາ 0,2%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ