ຟີ​ລິບ​ປິນ​ພ້ອມ​ທີ່ຈະ​ຕ້​ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຈີນ​​ຈຳ​ນວນຫຼວງຫຼາຍມາ​ທ່ຽວ​ປະ​ເທດ​ຕົນ​
2017-12-15 10:49:20  cri 
ທ່ານ​​ແວນ​ດາ ​ຕູນ​ໂຟ​ຕິໂອ ລັດ​ຖະ​ມົນ​ຕີ​ກະ​ຊວງ​ທ່ອງ​ທ່ຽວ​ຟີ​ລິບ​ປິນ​ຢືນ​ຢັນ​ໃນ​ວັນ​ທີ 13 ທັນ​ວາ​ນີ້​ວ່າ: ມາ​ຮອດ​ວັນ​ທີ 12 ທັນ​ວາ​ນີ້, ມີ​ນັກ​ທ່ອງ​ທ່ຽວ​ຈີນ​ມາ​ທ່ຽວ​ຟີ​ລິບ​ປິນ​ແລ້ວ 910.000 ​ເທື່ອ​ຄົນ ເຊິ່ງ​ສາ​ມາດ​ຄາດ​ຄະ​ເນ​ໄດ້​ວ່າ ຍອດ​ນັກ​ທ່ອງ​ທ່ຽວ​ມາ​ທ່ຽວ​ຟີ​ລິບ​ປິນ​ໃນ​ປີ 2017 ນີ້​ຈະ​ກາຍ 1 ລ້ານ​ເທື່ອ​ຄົນ ເພີ່ມ​ຂຶ້ນ 100% ເມື່ອ​ທຽບ​ໃສ່​ປີ​ຜ່ານ​ມາ, ຈຳ​ນວນ​ນັກທ່ອງ​ທ່ຽວ​​ຈີນ​ທີ່​ເຂົ້າ​ມາ​ທ່ອງ​ທ່ຽວ​ຟີ​ລິບ​ປິນຫຼາຍ​ເປັນ​ອັນ​ດັບ​ທີ 2 ຖັດ​ຈາກ ​ສ ເກົາຫຼີ. ກະ​ຊວງ​ທ່ອງ​ທ່ຽວ​ຟີ​ລິບ​ປິນ​ຫວັງ​ວ່າ​ຍອດ​ນັກ​ທ່ອງ​ທ່ຽວ​ເດີນ​ທາງ​ມາ​ທ່ຽວ​ປະ​ເທດ​ຕົນ​ຈະ​ບັນ​ລຸ​ເຖິງ 2 ລ້ານ​ເທື່ອ​ຄົນ​ໃນ​ປີ 2018.

ທ່ານ​ແວນດາ ​ຕິ​ໂອ​ຢືນ​ຢັນ​ວ່າ ຟີ​ລິບ​ປິນ​ພ້ອມ​ແລ້ວ​ທີ່​ຈະ​ຕ້ອ​ນ​ຮັບ​ນັກ​ທ່ອງ​ທ່ຽວ​ຈີນ​ຈຳ​ນວນຫຼວງຫຼາຍ​ເຂົ້າ​ມາ​ທ່ອງ​ທ່ຽວ.

ໄປ​ພ້ອມໆ​ກັບ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຈີນ​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ, ກົມ​ຄຸ້ມ​ຄອງ​ຄົນ​ເຂົ້າ​ເມືອງ​ຟີ​ລິບ​ປິນ​ໄດ້​ເພີ່ມ​ພະ​ນັກ​ງານ​ຜູ້​ຮູ້​ພາ​ສາ​ຈີນ​ຢູ່​ດ່ານກວດ​ກາ​ທີ່​ສະ​ໜາມ​ບິນ ​ແລະ​ຝ່າຍກົມ​ຄຸ້ມ​ຄອງ​ຄົນ​ເຂົ້າ​ເມືອງ​ຟີ​ລິບ​ປິນ​ໄດ້​ວາງ​ແຜນ​ເປີດ​ການ​ສອນ​ພາ​ສາ​ຈີນ​ໃຫ້​ພະ​ນັກ​ງານ​ດ່ານກວດ​ກາ​ຢູ່​ທ່າ​ກຳ​ປັ່ນ​ໃນ​ປີ​ໜ້າ. ​ພ້ອມ​ກັນ​ນັ້ນ​ຍັງ​ໄດ້​ປັບ​ປຸງ​ໃຫ້​ຂັ້ນ​ຕອນ​ການກວດ​ກາ​ຄົນ​ເຂົ້າ​ເມືອງ​ມີ​ຄວາມ​ສະ​ດວກ​ແລະ​ວ່ອງ​ໄວ​ຂຶ້ນກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ