ລັດ​ຖະ​ບານ​ຈີນ​ເປີດ​ເຜີຍ​ປຶ້ມ​ປົກ​ຂາວ​ຄວາມ​ຄືບ​ໜ້າ​ໃໝ່​ວ່າ​ດ້ວຍ​ການ​​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​​ຕາມ​ກົດ​ໝາຍ​ຂອງ​ຈີນ
2017-12-15 15:58:23  cri 
ວັນ​ທີ 15 ທັນ​ວາ​ນີ້, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານ​ຈີນ​ໄດ້​ເປີດ​ເຜີຍ​ປຶ້ມ​ປົກ​ຂາວ​ "ຄວາມ​ຄືບ​ໜ້າ​ໃໝ່​ວ່າ​ດ້ວຍ​ການ​​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ຕາມ​ກົດ​ໝາຍ​ຂອງ​ຈີນ".

ປຶ້ມ​ປົກ​ຂາວ​ດັ່ງ​ກ່າວ​ມີ​ປະ​ມານ 17.000 ຄຳ, ນອກ​ຈາກ​ຄຳ​ນຳ​ແລະ​ຄຳ​ສະຫຼຸບ​ແລ້ວ, ປະ​ກອບ​ມີ 6 ພາກ​ຄື: ປັບ​ປຸງ​ລະ​ບົບ​ກົດ​ໝາຍ​​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ໃຫ້​ສົມ​ບູນ​ຂຶ້ນ​ຕື່ມ, ​ບໍ​ລິ​ຫານ​ຕາມ​ກົດ​ໝາຍ​ເພື່ອ​ຮັບ​ປະ​ກັນ​ສິດ​ແລະ​ຜົນ​ປະ​ໂຫຍດ​ທີ່​ຊອບ​ດ້ວຍ​ກົດ​ໝາຍ​ຂອງ​ພົນ​ລະ​ເມືອງ, ຍົກ​ລະ​ດັບການ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ທາງ​ຕຸ​ລາ​ການ​ໃຫ້​ສູງ​ຂຶ້ນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຮັດ​ແໜ້ນ​ພື້ນ​ຖານ​ສັງ​ຄົມ​ໃນ​ການ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ຕາມ​ກົດ​ໝາຍ, ເພີ່ມ​ທະ​ວີ​ການ​ນຳ​ພາ​ຂອງ​ພັກ​ໃນ​ການ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ຕາມ​ກົດ​ໝາຍ​ແລະ​ຕັ້ງ​ໜ້​າ​ຊຸກ​ຍູ້​ການ​ສ້າງ​ກົດ​ໝາຍ​ສິດ​ທິ​ມະ​ນຸດ​ຂອງ​ທົ່ວ​ໂລກ.

ປຶ້ມ​ປົກ​ຂາວ​ລະ​ບຸ​ວ່າ: ຫຼາຍ​ປີ​ຜ່ານ​ມາ, ຈີນ​ຍຶດ​ໝັ້ນ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ພື້ນ​ຖານ​ການ​ບໍ​ລິ​ຫານ​ປະ​ເທດ​ຕາມ​ກົດ​ໝາຍ, ພະ​ຍາ​ຍາມ​ສູ້​ຊົນ​ສ້າງ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ຕາມ​ກົດ​ໝາຍ, ວຽກ​ງານ​ການ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ຕາມ​ກົດ​ໝາຍ​ໄດ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.ກອງ​ປະ​ຊຸມ​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ວາງ​ຍຸດ​ທະ​ສາດ​ສຳຄັນ​ເພື່ອ​ລົງ​ເລິກ​ການ​ບໍ​ລິ​ຫານ​ປະ​ເທດ​ຕາມ​ກົດ​ໝາຍ​ຢ່າງ​ຮອບ​ດ້ານ. ການ​ກໍ່​ສ້າງ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ຕາມ​ກົດ​ໝາຍ​ຈະ​ໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ໃຫຍ່ຫຼວງກວ່າ​ເກົ່າ​ຢ່າງ​ແນ່ນອນ, ລະ​ດັບ​ການ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ຕາມ​ກົດ​ໝາຍ​ຂອງ​ຈີນ​ກໍ​ຈະ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນຫຼາຍກວ່າ​ເກົ່າ​ ແລະ​ຈີນ​ຈະ​ປະ​ກອບ​ສ່ວນ​ໃໝ່​ເຂົ້າ​ໃນ​ການ​ພັດ​ທະ​ນາ​ອະ​ລິ​ຍະ​ທຳ​ການ​ເມືອງຂອງມວນ​ມະ​ນຸດ​ໃຫ້ຫຼາຍກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ