ຈີນ​ຫວຽດ​ນາມ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ປະ​ຕິ​ບັດ​ກົດ​ໝາຍ​ທາງ​ທະ​ເລ
2017-12-15 16:43:52  cri 
ກິດ​ຈະ​ກຳ​ແລກ​ປ່ຽນລະ​ຫວ່າງ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ທະ​ເລ​ໜຸ່ມ​ຈີນ-ຫວຽດ​ນາມ​ຄັ້ງ​ປະ​ຖົມ​ມະ​​ລືກໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ໜານ​ໜິງ, ເມືອງ​ຟາງ​ເສິງ​ກາງ ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ ສ​ປ ຈີນ​ແຕ່​ວັນ​ທີ 12 -15 ທັນ​ວາ​ນີ້.

ທ່ານດວນ ບາວ ​ເກວດ ຮອງ​​ຫົວ​ໜ້າການ​ເມືອງກອງ​ບັນ​ຊາ​ການ​ຕຳຫຼວດ​ທະ​ເລ​ຫວຽດ​ນາມ​ຢືນ​ຢັນ​ວ່າ ​ການ​ພົບ​ປະ​ກັນ​ຂອງເຈົ້າ​ໜ້າ​ທີ່​ຕຳຫຼວດ​ໜຸ່ມ​ຈີນ-ຫວຽດ​ນາມ​ເພື່ອ​ການ​ສົນ​ທະ​ນາ​ແລກ​ປ່ຽນ​​ໃນ​ຄັ້ງ​ປະ​ຖົມ​ມະ​ລືກ​ນີ້​ຈະ​ເປັນ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັດ​ແໜ້ນ​ແລະ​ເສີມ​ຂະ​ຫຍາຍ​ມິດ​ຕະ​ພາບ​ທີ່​ມີ​ມູນ​ເຊື້ອ​ລະ​ຫວ່າງກອງ​ຕຳຫຼວດ​ທະ​ເລ​ສອງ​ປະ​ເທດ.

ໃນ​ໄລ​ຍະ​ເວ​ລາ 4 ວັນ​ຜ່ານ​ມາ, ຜູ້​ແທນ​ນາຍ​ແລ​ະ​ພົນ​ຕຳຫຼວດ​ທະ​ເລ​ຈີນ​ຫວຽດ​ນາມ​ໄດ້​ຮ່ວມ​ກັນ​ປູກ​ໄມ້​ມິດ​ຕະ​ພາບ, ການ​ສຳ​ມະ​ນາແລກ​ປ່ຽນ​, ຢ້ຽມ​ຊົມ​ກຳ​ປັ່ນ ​ແລະ​ຈັດ​ກິດ​ຈະ​ກຳ​ອື່ນໆ, ນອກ​ນີ້​ຍັງ​ໄດ້​ຈັດ​ການ​ແຂ່ງ​ຂັນ​ບານ​ເຕະ​ມິດ​ຕະ​ພາບ​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ