ເດີ່ນ​ຫັດ​ກາຍ​ທີ່​ຊັ້ນດາດ​ຟ້າ​​ຂອງໂຮ​ງ​ຮຽນ​ປະ​ຖົມ​ແຫ່ງ​ໜຶ່ງ​​ໃນ​ເມືອງ​ຈີ​ນານ
2017-12-15 16:52:53  cri 

ວັນ​ທີ 13 ທັນ​ວາ​ນີ້, ນັກ​ຮຽນ​ປີ​ທີ 6 ທັງ​ໝົດ 3 ຫ້ອງ​ຂອງ​ໂຮງ​ຮຽນ​ປະ​ຖົມ​ເຈຍ​ຟ້າງ​ລູ້​ນະ​ຄອນ​ຈີ​ນານ​ແຂວງ​ຊ່ານ​ຕຸ່ງ ສ​ປ ຈີນ​ໄດ້​ຫັດ​ກາ​ຍະ​ບໍ​ລິ​ຫານ​ໃນ​ໂມງ​ພັກ​ຜ່ອນ​ຢູ່​ເດີ່ນ​ຫັດ​ກາຍທີ່ກວ້າງປະ​ມານ 300 ຕາ​ແມັດ​ຢູ່ດາດ​ຟ້າ​ຊັ້ນ 5 ຂອງ​ຕຶກ​ຫ້ອງ​ການ​ສຶກ​ສາ. ​ອາ​ຄານ ຫຼັງ​ດັ່ງ​ກ່າວ​ສ້າງ​ສຳ​ເລັດ​ແລະ​ເປີດ​ນຳ​ໃຊ້​ມາ​ຕັ້ງ​ແຕ່​ກາງ​ປີ​ນີ້, ​ເນື່ອງ​ຈາກ​ເນື້ອ​ທີ່​ຂອງ​ໂຮງ​ຮຽນ​ມີ​ຈຳ​ກັດ, ຈິ່ງ​ອອກ​ແບບ​ດາດ​ຟ້າ​ອາ​ຄານ​ດັ່ງ​ກ່າວ​ໃຫ້​ເປັນ​ເດີ່ນ​ຫັດ​ກາຍ​ໂດຍພື້ນ​ປູ​ຫຍ້າ​ທຽມ, ​ເຮັດກຳ​ແພງ​ອ້ອມ​ສູງ​ເຖິງ 1,6 ແມັດ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ນັກ​ຮຽນ​ປີນ​ ແລະ​ໃນ​ໄລ​ຍະ​ຫັດ​ກາຍ​ຈະມີ​ຄູ​ນຳ​ພາ​ແລະ​ເບິ່ງ​ແຍງ​ຄວາມ​ຮຽບ​ຮ້ອຍ​ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ນັກ​ຮຽນ.

1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ