ຈັດງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອີ​ຣານ​ຄັ້ງ​ທຳ​ອິດ​ຢູ່​ນະ​ຄອນ​ຫຼວງເຕ​ເຮ​ຣານ
2017-12-15 10:54:38  cri 
ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອີ​ຣານ​ຄັ້ງ​ທຳ​ອິດ​ໄດ້​ຈັດ​ຂຶ້ນຢູ່ນະ​ຄອນ​ຫຼວງ​ເຕ​ເຮ​ຣານ​ປະ​ເທດ​ອີ​ຣານ​ໃນ​ວັນ​ທີ 14 ທັນ​ວາ​ນີ້ ໂດຍ​ມີວິ​ສາ​ຫະ​ກິດຈີນ 351 ແຫ່ງ​​ເຂົ້າ​ຮ່ວມ. ຄາດ​ວ່າ ງານ​ວາງ​ສະ​ແດງ​ທີ່​ຈະ​ດຳ​ເນີນ​ເປັນ​ເວ​ລາ 3 ວັນຈະ​ສາ​ມາດ​ດຶງ​ດູດນັກ​ທຸ​ລະ​ກິດ​ຝ່າຍ​ຈັດ​ຊື້​ທ້ອງ​ຖິ່ນ 1 ພັນ​ກວ່າ​ແຫ່ງ​ເຂົ້າ​ໄປຊົມ ​ ແລະ ​ຫາ​ລື​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ-ການ​ຄ້າ.

ຝ່າຍ​ຈັດ​ງານ​ໃຫ້​ຮູ້​ວ່າ: ງານ​ດັ່ງ​ກ່າວ​ໄດ້​ຕັ້ງ​ໃຫ້​ມີ​ 2 ຂົງ​ເຂດ​ສິນ​ຄ້າ​ວາງ​ສະ​ແດງ​ຫຼັກ​​ຄື: ສິນ​ຄ້າ​ເຄື່ອງ​ໃຊ້​ໃນ​ເຮືອນ​ ແລະສິ​ນ​ຄ້າອຸດ​ສາ​ຫະ​ກຳ, ໄດ້​ມີ​ເຂດວາງ​ສະ​ແດງ 9 ເຂດໃຫຍ່. ມີວິ​ສາ​ຫະ​ກິດ​ທີ່​ເຂົ້າ​ມາ​ຮ່ວມ​ 351 ແຫ່ງ​ຈາກ​ແຂວງ​ເຈີ້​ຈ່ຽງ, ນະ​ຄອນ​ຊຽງ​ໄຮ, ແຂວງ​ຈ່ຽງ​ຊູ່, ແຂວງກວາງ​ຕຸ້ງ, ແຂວງ​ຊ່ານ​ຕຸ່ງ ​ແລະ​ແຂວງ​ອື່ນໆ​ຂອງ​ຈີນ​. ມີ​ຮ້ານ​ວາງສະ​ແດງ 705 ຮ້ານ, ເນື້ອ​ທີ່​ລວມ​ຂອງ​ການ​ວາງ​ສະ​ແດງ​ມີ​ເຖິງ 14.000 ​ຕາ​ແມັດ, ສິນ​ຄ້າວາງ​ສະ​ແດງກວ່າ 1 ໝື່ນ​ລາຍ​ການ.

ງານ​ຄັ້ງ​ນີ້​ເປັນ​ເຈົ້າ​ການ​ຈັດໂດຍ​ພະ​ແນກ​ການ​ຄ້າ​ແຂວງກວາງ​ຕຸ້ງ​ ສ​ປ ຈີນ, ມີສະ​ມາ​ຄົມ​ສົ່ງ​ເສີມ​ການ​ຄ້ານະ​ຄອນ​ຊູ່​ໂຈ່ວ​ເປັນ​ຜູ້​ຊ່ວຍ​ຈັດ​ງານ. ໃນ​ໄລ​ຍະ​ຈັດ​ງານ, ຝ່າຍຈັດ​ງານຍັງ​ຈະ​ຈັດ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ກາ​ນ​ລົງ​ທຶນ​ສາ​ກົນ​ ແລະ​ການ​ຮ່ວມ​ມື​ດ້ານ​ຄວາມ​ສາ​ມາດ​ການ​ຜະ​ລິດ​​ຈີນ-ອີ​ຣານ, ງານ​ໂຄ​ສະ​ນາ​ຜະ​ລິດ​ຕະ​ພັນ​ຍີ່​ຫໍ້​ຈີນ ​ແລະ​ກິດ​ຈະ​ກຳ​ອື່ນໆອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ