ຈັດກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ພັດ​ທະ​ນາ​ສິດ​ທິ​ມະ​ນຸດ​ຈີນ-ເຢຍ​ລະ​ມັນ 2017 ​ຢູ່​ປັກ​ກິ່ງ
2017-12-15 11:12:15  cri 
ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລືການ​ພັດ​ທະ​ນາ​ສິດ​ທິ​ມະ​ນຸດ​ຈີນ-ເຢຍ​ລະ​ມັນ 2017 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 14 ທັນ​ວາ​ນີ້ ໂດຍຜູ້​ຊ່ຽວ​ຊານ​ ແລະ​ນັກ​ວິ​ຊາ​ການ​ທີ່​ມາ​ຈາກ​ຂົງ​ເຂດ​ທີ່​ກ່ຽວ​ພັນ​ເຖິງ​ສິດ​ທິ​ມະ​ນຸດ​ຂອງ​ສອງ​ປະ​ເທດ​ຈີນ ​ແລະ ​ເຢຍ​ລະ​ມັນ​ໄດ້​ລົງ​ເລິກ​ຄົ້ນ​ຄວ້າ​ແລະປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ​ເຊັ່ນ "ການ​ປົກ​ປ້ອງສິດ​ແລະຜົນ​ປະ​ໂຫຍດ​ຂອງ​ກຸ່ມ​ຄົນ​ດ້ວຍ​ໂອ​ກາດ" ເປັນ​ຕົ້ນ.

ເວ​ທີ​ປຶ​ກ​ສາ​ຫາ​ລື​​ການ​ພັດ​ທະ​ນາ​ສິດ​ທິ​ມະ​ນຸດ​ຈີນ-ເຢຍ​ລະ​ມັນ​ແມ່ນກອງ​ທຶນ​ເພື່ອພັດ​ທະ​ນາ​ສິດ​ທິ​ມະ​ນຸດ​ຈີນ ແລະ ກອງ​ທຶນ​ຟ​ຣີດ​ຣີ​ຊ ເອ​​ເບີດ ສ​ຕີ​ຟຕັງ ​ເຢ​ຍ​ລະ​ມັນ​ຮ່ວມ​ກັນ​ຈັດ​ຂຶ້ນ ໂດຍ​ມີ​ຈຸດ​ປະ​ສົງ​ເພື່ອ​ປັບ​ປຸງ​ ແລະ​ເປີດກວ້າງ​ກົນ​ໄກ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ສິດ​ທິ​ມະ​ນຸດ​ຂອງ​ອົງ​ການ​ຈັດ​ຕັ້ງ​ບໍ່​ແມ່ນ​ລັດ​ຖະ​ບານ​ຈີນ​-ເຢຍ​ລະ​ມັນ​ໃຫ້​ດີ​ຂຶ້ນ, ເພື່ອ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ກັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ສິດ​ທິ​ມະ​ນຸດແລະ​ພ້ອມ​ກັນ​ກ້າວ​ໄປ​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ