ໄທ​ມີແຜນ​ຈະລົບ​ລ້າງພະ​ຍາດ​ໄຂ້​ປ່າ​ໃນ​ປີ 2021
2017-12-15 16:21:13  cri 
ຫວ່າງ​ມໍ່ໆ​ມາ​ນີ້, ພະແນກ​ຄວບ​ຄຸມ​ພະ​ຍາດ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄທ​ກ່າວ​ວ່າ: ລັດ​ຖະ​ບານ​ໄທ​ໄດ້​ດຳ​ເນີນ​ການ​ຕໍ່​ຕ້ານ​ພະ​ຍາດ​ໄຂ້​ປ່າ​ແລະ​ພະ​ຍາດ​ແຜ່​ລະ​ບາດທີ່​ແມງ​ໄມ້​ເປັນ​ພາ​ຫະ​ນຳ​ເຊື້ອ​ປະ​ເພດອື່ນໆ​ໃນ​ທ້າຍ​ເດືອນ​ຕຸ​ລາ​ປີ​ນີ້​ຢ່າງ​ຮອບ​ດ້ານ, ໂດຍ​ເປົ້າ​ໝາຍ​ແມ່ນ​ຮອດ​ປີ 2021 ຈະ​ສາ​ມາດ​ລົບ​ລ້າງ​ພະ​ຍາດໄຂ້​ປ່າ​ພາຍ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ພ້ອມ​ທັງ​ເຮັດ​ໃ​ຫ້​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດໄຂ້​ເລືອດ​ອອກ​ຫຼຸດ​ລົງ​ຢ່າງ​ໜ້ອຍ 25%.

ສື່ມວນ​ຊົນ​ໄທ​ໄດ້​ອ້າງ​ຕາ​ມ​ຕົວ​ເລກ​ຂໍ້​ມູນ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ມາ​ລາຍ​ງານ​ວ່າ: ແຕ່​ປີ​ນີ້​ເປັນ​ຕົ້ນ​ມາ, ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໄຂ້​ປ່າ​ຂອງ​ໄທ​ໄດ້​ມີ​ປະ​ມານ 14.000 ກໍ​ລະ​ນີ, ຫຼຸດ​ລົງ 20% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ອັດ​ຕາ​ການ​ເປັນ​ພະ​ຍາດ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ກໍຫຼຸດ​ລົງ​ເປັນ 0.21 ກໍ​ລະ​ນີ​ໃນ​ທຸກໆ 1.000 ຄົນ.

ຕົວ​ເລກ​ຂໍ້​ມູນ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ປີ 2016, ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໄຂ້​ປ່າ​ຂອງ​ໂລກ​ໄດ້​ມີ​ເຖິງ 216 ລ້ານ​ກໍ​ລະ​ນີ, ໃນ​ນັ້ນ ໄດ້​ມີ 445.000 ຄົນ​ເສຍ​ຊີ​ວິດ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ