ຈີນ​ສະ​ໜັບ​ສະ​ໜູນການ​ແກ້​ໄຂ​ບັນ​ຫາ​​ສະຖາ​ນະ​​ພາບ​ຂອງເຢ​ລູ​ຊາ​​ເລັມ​ຕາມ​ມະ​ຕິ​ທີ່​ກ່ຽວ​ຂ້ອງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ
2017-12-15 15:31:47  cri 
ຕາມ​ຂ່າວ CRI: ວັນ​ທີ 13 ທັນ​ວາ​ນີ້,  ອົງ​ການ​ຮ່ວມ​ມື​ອິ​ສ​ລາມ​ໄດ້​ຈັດ​ກອງ​ປະ​ຊຸມ​ສຸ​ດຍອດ​ວິ​ສາ​ມັນ​ຢູ່​ຕວກ​ກີ​ແລະອອກ​ຖະ​ແຫຼງ​ການຫຼັງ​ກອງ​ປະ​ຊຸມ ໂດຍ​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ຕ່າງໆ​ໃນ​ໂລກ​ຮັບ​ຮອງ​ປະ​ເທດ​ປາ​ເລັ​ສ​ຕິນ ແລະ ຮັບ​ຮອງ​ເຢ​ລູ​ຊາ​ເລັມ​ຕາ​ເວັນ​ອອກ​ເປັນ "ນະ​ຄອນຫຼວງ​ທີ່​ຖືກ​ຍຶດ​ຄອງ" ຂອງ​ປະ​ເທດ​ປາ​ເລັ​ສ​ຕິນ. 

ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 14 ທັນ​ວາ​ນີ້, ທ່ານ​ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​​ກ່າວ​ວ່າ, ຈີນ​ເຂົ້າ​ໃຈ​ຄວາມ​ເປັນ​ຫ່ວງ​ຂອງ​ປະ​ເທດ​ອິ​ສ​ລາມ​ຕໍ່​ບັນ​ຫາ​ສະ​ຖາ​ນະ​​ພາບຂອງ​ເຢ​ລູ​ຊາ​ເລັມ, ​ທັງສະ​ໜັບ​ສະ​ໜູນ​ການ​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ​ໂດຍ​ອີງ​ຕາມ​ມະ​ຕິ​ກ່ຽວ​ຂ້ອງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແລະ​ຄວາມ​ເປັນ​ເອ​ກະ​ພາບ​ສາ​ກົນ, ສະ​ໜັບ​ສະ​ໜູນ​ການ​ສ້າງ​ປະ​ເທດ​ປາ​ເລັ​ສ​ຕິນ​ທີ່​ຖື​ຊາຍ​ແດນ​ທີ່​ຂີດ​ແບ່ງ​ເມື່ອ​ປີ 1967 ເປັນ​ພື້ນ​ຖານ, ນະ​ຄອນ​ຫຼວງ​ແມ່ນ​ເຢ​ລູ​ຊາ​ເລັມ, ມີ​ສິດ​ອະ​ທິ​ປະ​ໄຕ​ສົມ​ບູນ​ແລະ​ເປັນ​ເອ​ກະ​ລາດ. ຫວັງ​ວ່າ​​ຈະສາ​ມາດ​ເປີດ​ການ​ເຈ​ລະ​ຈາ​​ລະ​ຫວ່າງປາ​ແລັ​ສ​ຕິນ​ແລະ​ອິ​ສ​ຣາ​ແອນ​ຄືນ​ໃໝ່​ໂດຍ​ໄວ, ​ເພື່ອຊຸກ​ຍູ້​ການ​ແກ້​ໄຂ​ບັນ​ຫາ​ປາ​ແລັ​ສ​ຕິນ​ຢ່າງ​ຮອບ​ດ້ານ, ຍຸ​ຕິ​ທຳ​ແລະ​ຍາວ​ນານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ