ລັດ​ຖະ​ບານ​ຊີ​ຣີ​ກ່າວ​ປະ​ນາມ​ການ​ໂຈມ​ຕີ​ທາ​ງ​ອາ​ກາດ​ຂອງກຸ່ມ​ພັນ​​ທະ​ມິດສາ​ກົນ​ເປັນ​ເຫດໃຫ້​ປະ​ຊາ​ຊົນ​ເ​ສຍ​ຊີ​ວິດ
2017-12-15 15:35:54  cri 
ກະ​ຊວງ​ການ​ຕ່າງ​ປະ​ເທດ​ຊີ​ຣີ​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 14 ທັນ​ວາ​ນີ້​ວ່າ, ​ກຸ່ມ​ພັນ​ທະ​ມິດ​ສາ​ກົນ​ທີ່​ນຳ​ໂດຍ​ອາ​ເມ​ລິ​ກາ​ໄດ້​ກໍ່​ການ​ໂຈມ​ຕີ​ທາງ​ອາ​ກາດ​ຕໍ່​ເຂດ​ຊຸມ​ຊົນ​ຢູ່​ເມືອງ​​ແຫ່ງໜຶ່ງ​ທາງ​ພາກ​ຕ​າ​ເວັນ​ອອກ​ແຂວງເຕ​ໂຈ​ປະ​ເທດ​ຕົນ​ໃນ​ວັນ​ທີ 13 ທັນ​ວາ, ສົ່ງ​ຜົນ​ເ​ຮັດ​ໃຫ້​ປະ​ຊາ​ຊົນ 23 ຄົນ​​ທີ່​ມີທັງ​ແມ່​ຍິງ​ແລະ​ເດັກ​ນ້ອຍ​ເສຍ​ຊີ​ວິດ, ​ການ​ໂຈມ​ຕີ​ຍັງ​ໄດ້​ທຳ​ລາຍ​ພື້ນ​ຖານ​ໂຄງ​ລ່າງ​ແລະ​ເຮັດ​ໃຫ້​ຊັບ​ສິນ​ຂອງ​ປະ​ຊາ​ຊົນ​ໄດ້​ຮັບຄວາມ​ເສຍ​ຫາຍ.

ເດືອນ​ກັນ​ຍາ​ປີ 2014, ອາ​ເມ​ລິ​ກາ​ແລະ​ຫຼາຍ​ປະ​ເທດ​ໄດ້​ຕັ້ງ​ເປັນ​ກຸ່ມ​ພັນ​ທະ​ມິດສາ​ກົນເພື່ອ​ໂຈມ​ຕີ​ທາງ​ອາ​ກາດ​ຕໍ່​ເປົ້າ​ໝາຍ​ຂອງ​ກຸ່ມ IS ເຊິ່ງ​ເປັນ​ກຸ່ມ​ຫົວ​ຮຸນ​ແຮງ​ຢູ່​ດິນ​ແດນ​ຊີ​ຣີ​ແລະ​ອີ​ຣັກ. ລັດ​ຖະ​ບານ​ຊີ​ຣີ​ເຫັນ​ວ່າ​ການ​ໂຈມ​ຕີ​ດັ່ງ​ກ່າວ​ບໍ່​ໄດ້​ຮັບ​​ການມອບ​ສິດ​ຈາກ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ແລະ​ກ່າວ​ປະ​ນາມ​ການ​ໂຈມ​ຕີ​ທາງ​ອາ​ກາດ​​ທີ່​ເປັນ​ເຫດໃຫ້​ປະ​ຊາ​ຊົນ​ຊີ​ຣີ​ເສຍ​ຊີ​ວິ​ດ​ແລະ​ບາດ​ເຈັບ​ຢ່າງ​ຫຼວງ​ຫຼາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ