ປະ​ມຸກ​ລັດ​ຈີນແລະ​ສ.ເກົາຫຼີ​ພົບ​ປະ​ເຈ​ລະ​ຈາ​ກັນ
2017-12-15 16:32:43  cri 
    ວັນ​ທີ 14 ທັນ​ວານີ້ ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ ມຸນ​ເຈ​ອິນ ປະ​ທາ​ນາ​ທິ​ບໍ​ດີ​ ສ.ເກົາຫຼີ​ທີ່​ມາ​ຢ້ຽມ​ຢາມ​ຈີນ​ທາງ​ລັດ​ຖະ​ກິດ.

    ໂອ​ກາດ​ດັ່ງ​ກ່າວ, ປະ​ມຸກ​ລັດ​ສອງ​ປະ​ເທດ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ສາຍ​ພົວ​ພັນ​ສອງ​ຝ່າຍ ແລະ​ກ່າວ​ວ່າ, ຈະ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ, ເຮັດ​ໃຫ້​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ທຸກ​ຊັ້ນ​ໃກ້​ຊິດກວ່​າ​ເກົ່າ, ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທີ່​ແທດ​ເໝາະ​ກັບ​ຕົວ​ຈິງ ທັງ​ບັນ​ລຸ​ການ​ພັດ​ທະ​ນາ​ພ້ອມ​ກັນ. ສອງ​ຝ່າຍ​ຈະ​ເພີ່ມ​ທະ​ວີ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ຊຸກ​ຍູ້ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ເຊື່ອມ​ຕໍ່​ກັບ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຂອງ​ສ.ເກົາຫຼີ ເພື່ອ​ຊ່ວຍ​ການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ຈີນ-ສ.ເກົາຫຼີ​ໃຫ້​ຢ່າງ​ຍາວ​ນານ​ແລະ​ປອ​ດ​ໃສ.

    ນອກນັ້ນ, ປະ​ມຸກ​ລັດ​ທັງ​ສອງ ຍັງ​ໄດ້​ແລ​ກ​ປ່ຽນ​ຄວາມ​ຄິດ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ແຫຼມ​ເກົາຫຼີ ໂດຍ​ກ່າວ​ວ່າ​ຈະ​ຍຶດ​ໝັ້ນ​ເປົ້າ​ໝາຍ​ປອດ​ນິວ​ເຄ​ລຍ​ຂອງ​ແຫຼມ​ເກົາຫຼີ, ສຸມ​ໃສ່​ແກ້​ໄຂ​ບັນ​ຫາ​ນິວ​ເຄ​ລຍ​ແຫຼມ​ເກົາຫຼີ​ດ້ວຍ​ສັນ​ຕິ​ວິ​ທີ, ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ຕົນ.

    ທ່ານ ສີ​ຈິ້ນ​ຜິງ ໄດ້​ກ່າວ​ຢ້ຳ​ເຖິງ​ຫຼັກ​ໝັ້ນ​ຂອງ​ຈີນ​ໃນ​ບັນ​ຫາ​ລະ​ບົບ​ຕ້ານ​ຂີ​ປະ​ນາ​ວຸດ "ທັດ" ແລະ​ຫວັງ​ໃຫ້​ ສ.ເກົາຫຼີຈົ່ງ​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ​ຢ່າງ​ເໝາະ​ສົມ​ຕໍ່​ໄປ.

    ຫຼັງ​ການ​ພົບ​ປະ, ປະ​ມຸກ​ລັດ​ສອງ​ປະ​ເທດ​ໄດ້​ຮ່ວມ​ກັນ​ເປັນ​ພິ​ຍານ​ໃຫ້​ແກ່​ການ​ລົງ​ນາມ​ໃນ​ເອ​ກະ​ສານ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຂົງ​ເຂດ​ຕ່າງໆ ເຊັ່ນ: ເສດ​ຖະ​ກິດ​ການ​ຄ້າ, ​ອຸດ​ສາ​ຫະ​ກຳ​ນິ​ເວດ​ສີ​ຂຽວ, ສິ່ງ​ແວດ​ລ້ອມ, ສາ​ທາ​ລະ​ນະ​ສຸກ, ກະ​ສິ​ກຳ, ພະ​ລັງ​ງານ, ງານ​ໂອ​ລິມ​ປິກ​ລະ​ດູ​ໜາວ ແລະ ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ