ທ່ານ ຈະ​ຕຸ​ພອນ ຖືກ​ຕັດ​ສິນ​ຕິດ​ຄຸກ 12 ເດືອນ
2017-12-15 16:34:50  cri 
    ວັນ​ທີ 14 ທັນ​ວານີ້, ສານ​ສູງ​ສຸດ​ໄທ​ຢືນ​ຢັນ​ວ່າ, ທ່ານ ຈະ​ຕຸ​ພອນ ​ພົມ​ພັນ ຜູ້​ນຳ​ກຸ່ມ​ເສື້ອ​ແດງ​ທີ່​ສະ​ໜັບ​ສະ​ໜູນ​ທ່ານ ທັກ​ສິນ ຊິນ​ນະ​ວັດ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຢ່າງ​ເດັດ​ດ່ຽວນັ້ນ ຖືກໂທດໃນ​ຂໍ້​ຫາ​ໃສ່​ຮ້າຍ​ປ້າຍ​ສີ ທ່ານ ອ​ະ​ພິ​ສິດ ​ເວດ​ຊາ​ຊີ​ວະ ອະ​ດີດນາ​ຍົກ​ລັດ​ຖະ​ມົນ​ຕີ ເຊິ່ງ​ໃນຄາວນັ້ນ​ທ່ານ ອະ​ພິ​ສິດ ເປັນ​ຝ່າຍ​ຄັດ​ຄ້ານ​ທ່ານ ທັກ​ສິນ ໃນ​ປີ 2009, ຈຶ່ງ​ຕັດ​ສິນ​ໃຫ້​ທ່ານ​ຈະ​ຕຸ​ພອນ​ຕິດ​ຄຸກ 12 ເດືອນ ແລະ​ບໍ່​ໃຫ້​ລໍ​ລົງ​ອາ​ຍາ. ນີ້​ແມ່ນ​ເທື່ອ​ທີ​ສອງ​ທີ່​ທ່ານ ຈະ​ຕຸ​ພອນ​ຖືກ​ຕັດ​ສິນ​ຕິດ​ຄຸກ​ນັບ​ແຕ່​ຕົ້ນ​ປີນີ້​ມາ.

    ສານ​ສູງ​ສຸດ​ເຫັນ​ວ່າ, ຈຸດ​ປະ​ສົງ​ຂອງ​ທ່ານ ຈະ​ຕຸ​ພອນ ທີ່​ໃສ່​ຮ້າຍ​ປ້າຍ​ສີ​ທ່ານ ອະ​ພິ​ສິດ ກໍ​ເພື່ອ​ເຮັດ​ໃຫ້​ປະ​ຊາ​ຊົນ​ໄລ່​ໃຫ້​ທ່ານ​ອະ​ພິ​ສິດ​ອອກ​ຈາກ​ຕຳ​ແໜ່ງ ໂດຍ​ຢືນ​ຢັນ​ວ່າ, ນີ້​ເປັນ​ໂທດ​ໃນ​ຂໍ້​ຫາໃສ່​ຮ້າຍ​ປ້າຍ​ສີ, ແຕ່​ເມື່ອ​ພິ​ຈາ​ລະ​ນາ​ວ່າ, ທ່ານ ຈະ​ຕຸ​ພອນ ໄດ້​ສາ​ລະ​ພາບ​ຄວາມ​ຜິດ, ຈຶ່ງ​ຜ່ອນ​ໂທດ​ຈາກ​ການ​ຕັດ​ສິນ​​ຈຳຄຸກ 2 ປີ​ຂອງ​ສານ​ຊັ້ນ​ຕ່ຳ​​ກ່ອນ​ໜ້ານີ້ໃຫ້​ເຫຼືອ​ພຽງ 12 ເດືອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ