ຈີນມອບ​ພັນ​ປາໃຫ້​ຟິ​ລິ​ບ​ປິນ 1 ແສນ​ໂຕ
2017-12-15 16:37:05  cri 
    ກະ​ຊວງ​ກະ​ສິ​ກຳ​ຈີນ​ແຈ້ງ​ໃຫ້​ຊາບ​ວ່າ, ວັນ​ທີ 14 ທັນ​ວານີ້, ຈີນ​ໄດ້​ມອບ​ພັນ​ປາ Plectropomus Ieopardus 1 ແສນ​ໂຕ​ເປັນ​ງວດ​ທຳ​ອິດ​ໃຫ້​ຟິ​ລິບ​ປິນ ໂດຍ​ໄດ້​ເລີ່ມ​ຂົນ​ສົ່ງ​ຢູ່​ທ່າ​ກຳ​ປັ່ນ​ຂອງ​ເມືອງ​ເວີນ​ຊ່າງ​ແຂວງ​ໄຫຫຼຳ​ຢ່າງ​ເປັນ​ທາງ​ການ.

    ຂ່າວ​ແຈ້ງວ່າ, ວັນ​ທີ 15 ພະ​ຈິກ​ຜ່ານ​ມາ, ຜູ້​ຕາງ​ໜ້າ​ກະ​ຊວງ​ກະ​ສິ​ກຳ​ຈີນ-ຟິ​ລິບ​ປິນ ໄດ້​ລົງ​ນາມ​ໃນ "ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ກະ​ຊວງ​​ກະ​ສິ​ກຳສາ​ທ​າ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນມອບ​ພັນ​ປາ Plectropomus Ieopardus ໃຫ້​ຟິ​ລິບ​ປິນ" ໂດຍ​ລະ​ບຸ​ວ່າ, ຈີນ​ຈະ​ມອບ​ພັນ​ປາ​ດັ່ງ​ກ່າວ​ໃຫ້​ຜູ້​ລ້ຽງ​ຂອງ​ຟິ​ລິບ​ປິນ​ປີ​ລະ 1 ແສນ​ໂຕ​ໂດຍ​ບໍ່​ເກັບ​ຄ່າໃນ​ລະ​ຫວ່າງ​ປີ 2017-2019.

    ປັດ​ຈຸ​ບັນ, ປາ Plectropomus Ieopardus ແມ່ນ​ປາ​ທີ່​ຫາ​ຍາກ ແລະ​ໄດ້​ຮັບ​ການ​ອະ​ນຸ​ລັກ ເຊິ່ງ​ພວກ​ມັນ​ອາ​ໄສ​ຢັ່ງ​ຢາຍ​ຢູ່​ທະ​ເລ​ຈີນ​ໃຕ້ ແລະ​ພາກ​ຕາ​ເວັນ​ອອກ​ຂອງ​ມາ​ເລ​ເຊຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ