ປິດ​ການ​ແຂ່ງ​ຂັນປິ໋ງ​ປ໋ອງ​ຈີນ-ອາ​ຊຽນ​ຊີງ "ຂັນ​ເສັ້ນ​ທາງ​ສາຍ​ໄໝ"
2017-12-15 16:44:59  cri 
    ການ​ແຂ່ງ​ຂັນ​ປິ໋ງປ໋ອງ​ຈີນ-ອາ​ຊຽນ​ຊີງ​ "ຂັນ​ເສັ້ນ​ທາງ​ສາຍ​ໄໝ" ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ຈີ້ງ​ຊີ່​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ ສ​ປ ຈີນ​ເປັນ​ເວ​ລາ 3 ວັນ​ນັ້ນ ໄດ້​ອັດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 14 ທັນ​ວານີ້ ໂດຍ​ທີມ​ເຢ້​ລົງ​ນະ​ຄອນ​ຊຽງ​ໄຮ​ຂອງ​ຈີນ ໄດ້​ແ​ຊັມ​ໃນ​ການ​ແຂ່ງ​ຂັນ​ໝູ່​ຄະ​ນະ​ປະ​ສົມ, ທີມ​ຊາດ​ຈີນ​ເປັນ​ທີ​ສອງ ແລະ ທີມ​ສິງ​ກະ​ໂປ ເປັນ​ທີ​ສາມ.

    ການ​ແຂ່ງ​ຂັນປິ໋ງປ໋ອງ​ຈີນ-ອາ​ຊຽນ​ຊີງ​ "ຂັນ​ເສັ້ນ​ທາງ​ສາຍ​ໄໝ" ຈັດ​ຂຶ້ນ​ໂດຍ​ສະ​ມາ​ຄົມ​ປິ໋ງ​ປ໋ອງ​ຈີນ, ພະ​ແນກ​ກິ​ລາ​ເຂດ​ປົກ​ຄອ​ງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ ແລະ ອົງ​ການ​ປົກ​ຄອງ​ປະ​ຊາ​ຊົນ​ເມືອງ​ປາຍ​ເຊີ້​ເຂດກວາງ​ຊີ ເຊິ່ງ​ໄດ້​ດຶງ​ດູດ​ນັກ​ກິ​ລາ 144 ຄົນ​ຂອງ 12 ທີມ​ຈາກ​ຈີນ​ແລະ 10 ປະ​ເທດ​ອາ​ຊຽນ​ເຂົ້າ​ຮ່ວມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ