ເກີດ​ແຜ່ນດິນ​ໄຫວ​ລະດັບ 6,9 ຣິກ​ເຕີຢູ່ອິນ​ໂດ​ເນ​ເຊຍ
2017-12-16 14:08:16  cri 

ກາງຄືນ​ວັນ​ທີ 15 ທັນວາ​ນີ້ ຢູ່​ພາກ​​ໃຕ້ແຂວງຈາ​ວາຕາ​ເວັນ​ຕົກ ປະ​ເທດ​ອິນ​ໂດ​ເນ​ເຊຍ ​ໄດ້​ເກີດ​ແຜ່ນດິນ​ໄຫວ​ລະດັບ 6,9 ຣິກ​ເຕີ, ປັດຈຸບັນ​ຍັງ​ບໍ່​ມີ​ການ​ລາຍ​ງານ​ກ່ຽວ​ກັບ​ຄວາມ​ເສຍ​ຫາຍ​ທາງ​ດ້ານ​ຊັບ​ສິນ ​ແລະຜູ້​ບາດ​ເຈັບ ຫຼື ​ເສຍ​ຊີວິດ​ເທື່ອ. ທາງ​ຝ່າຍອົງການ​ຕິດຕາມ​ແຜ່ນດິນ​ໄຫວອິນ​ໂດ​ເນ​ເຊຍ ​ໄດ້​ອອກ​ປະກາດ​ເຕືອນ​ໄພ​ສຶນາ​ມິ ​ເຖິງ​ປະຊາຊົນຢູ່​ແຂວງ​ຊາ​ວາຕາ​ເວັນ​ຕົກ, ​ແຂວງ​ຊາ​ວາ​ກາງ ​ແລະ ​ເຂດ​ພິ​ເສດ​ໂຈ​ຍາ​ກາ​ຕາ ທີ່ຢູ່​ພາກ​ກາງ ​ແລະ​ພາກ​ຕາ​ເວັນ​ຕົກ​​ເກາະ​ຊາ​ວາ.

ສື່​ມວນ​ຊົນ​ອິນ​ໂດ​ເນ​ເຊຍ ​ໄດ້​ລາຍງານໂດຍອ້າງ​ຕາມຄຳເວົ້າຂອງຜູ້ຢູ່​ໃນ​ທີ່​ເກີດ​ເຫດວ່າ: ແຜ່ນດິນໄຫວ ໄດ້ເກີດຂຶ້ນຕໍ່ເນື່ອງປະມານ 1 ນາທີ, ບັນດາປະຊາຊົນ​ຕ່າງ​ພາກັນຫວາດຫວັ່ນ​ ແລະ​ແລ່ນ​ໜີ​ອອກ​ຈາກ​ເຮືອນ​ຢູ່​ ຫຼື ບ່ອນ​ພັກຂອງ​ຕົນ ຢູ່​ນະຄອນຫຼວງຈາ​ກາ​ຕາ ທີ່​ຫ່າງ​ຈາກ​ຈຸດ​ສູນ​ກາງ​ແຜ່ນດິນ​ໄຫວ​ 200 ກວ່າ​ກິ​ໂລ​ແມັດ ກໍ​ຮູ້ສຶກ​ເຖິງ​ແຮງ​ສັ່ນ​ສະ​ເທືອ​ນຢ່າງ​ຮຸນ​ແຮງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ