ກຳປັ່ນໂຮງໝໍເລກເຫີຜິງຝັ່ງໂຈ່ຈີນບໍລິການປະຊາຊົນຕີມໍເລັສເຕ
2017-12-16 14:36:44  cri 

ວັນທີ 14 ທັນວານີ້, ກຳປັ່ນໂຮງໝໍເລກເຫີຜິງຝັ່ງໂຈ່ຂອງກອງທັບເຮືອຈີນທີ່ປະຕິບັດໜ້າທີ່ "ພາລະກຳກົມເພື່ອຄວາມກົມກຽວກັນ 2017" ໄດ້ເດີນເຮືອໄປຮອດນະຄອນຫຼວງດີລີປະເທດຕີມໍເລັສເຕ ເພື່ອຢ້ຽມຢາມສັນທະວະໄມຕີຕີມໍເລັສເຕເປັນເວລາ 8 ວັນ ແລະຈະອຳນວຍການບໍລິການປິ່ນປົວພະຍາດດ້ານມະນຸດສະທຳ.

ນັບແຕ່ມື້ເດີນທາງຮອດຈົນມາເຖິງເວລາ 22 ໂມງຂອງວັນທີ 15 ທັນວານີ້, ກຳປັ່ນໂຮງໝໍດັ່ງກ່າວໄດ້ບໍລິການການປິ່ນປົວພະຍາດໄປໄດ້ແລ້ວ 1230 ເທື່ອຄົນ, ກວດສຸຂະພາບ 935 ເທື່ອຄົນ ແລະ ສຳເລັດການຜ່າຕັດໃຫ້ຄົນເຈັບ 4 ຄົນ ຖືວ່າການຢ້ຽມຢາມໄດ້ຮັບຜົນສຳເລັດທີ່ດີໃນຂັ້ນຕົ້ນ. ນອກນີ້, ແພດໝໍປະຈຳກຳປັ່ນ ແລະກອງທັບຕີມໍເລັສເຕຍັງໄດ້ຮ່ວມກັນດຳເນີນການເຝິກຊ້ອມການກູ້ຊີວິດຄົນເຈັບໃນສະໜາມຮົບສົງຄາມຢູ່ກະຊວງປ້ອງກັນປະເທດຕີມໍເລັສເຕ. ການເຝິກຊ້ອມຄັ້ງນີ້ໄດ້ເພີ່ມຄວາມເຂົ້າໃຈເຊິ່ງກັນລະກັນລະຫວ່າງສອງກອງທັບ ແລະເພີ່ມທະວີການພົວພັນການຮ່ວມມືແລະຫວ່າງສອງຝ່າຍຕື່ມອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ