ລັດຖະມົນຕີການຕ່າງປະເທດຈີນກ່າວ: ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຈາກໄລຍະ ບົ່ມສ້າງເຂົ້າສູ່ໄລຍະເຕີບໂຕ
2017-12-16 08:45:49  cri 

ວັນທີ 15 ທັນວານີ້ ຫຼັງໄດ້ເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີການຕ່າງປະເທດຄັ້ງທີ 3 ຂອງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ທ່ານຫວາງອີ້ ລັດຖະມົນຕີກະຊວງການຕ່າງ ປະເທດຈີນໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ: ນັບແຕ່ຈັດກອງປະຊຸມຜູ້ນຳ ຄັ້ງປະຖົມມະເລີກ ໃນເດືອນມີນາປີກາຍນີ້ມາ, ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຍຶດຖືຫົວຂໍ້ຫຼັກທີ ດຶ່ມນ້ຳສາຍດຽວກັນ, ຮັດແໜ້ນຊາຕາກຳແກ່ກັນ, ໄດ້ເສີມຂະຫຍາຍທ່າແຮງທີ່ມີທີ່ຕັ້ງໃກ້ກັນ, ມີຊາຕາກຳຄ້າຍຄືກັນແລະມີເສດຖະກິດທີ່ຕ່າງຊ່ວຍຊູຍູ້ໜູນກັນ, ອັນໄດ້ຕົກລົງສ້າງຂອງການ ຮ່ວມມືແບບ 3+5 ຄື ຖືການເມືອງຄວາມໝັ້ນຄົງ, ເສດຖະກິດກັບການພັດທະນາ ແບບຍືນຍົງ, ສັງຄົມກັບວັດທະນະທຳເປັນ 3 ເສົາຄ້ຳໃຫຍ່, ໃຫ້ບໍລິມະສິດໃນການດຳເນີນການຮ່ວມມືໃນ 5 ຂົງເຂດຄື: ການເຊື່ອມຈອດກັນ, ຄວາມສາມາດການຜະລິດ, ເສດຖະກິດຂ້າມຊາດ, ຊັບພະ ຍາກອນນ້ຳ, ກະສິກຳກັບການຫຼຸດຜ່ອນຄວາມທຸກຍາກ. ນັບມາຮອດປັດຈຸບັນ, ພວກເຮົາໄດ້ ຈໍ່ຕົວເປັນກົນໄກແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ມີຜູ້ນຳຊີ້ນຳ, ພາກສ່ວນຕ່າງໆເຂົ້າຮ່ວມແລະ ປົກຫຸ່ມໄປສູ່ທຸກໆຂົງເຂດ; ເຊິ່ງພວກເຮົາໄດ້ສ້າງຄວາມໄວແຫ່ງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ ມີຄວາມຄືບໜ້າທຸກມື້, ຮັບໝາກຜົນທຸກເດືອນ, ຍົກລະດັບສູງຂຶ້ນ ທຸກປີ; ພວກເຮົາໄດ້ບົກເພາະ ວັດທະນະທຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ສະເໝີພາບ, ຈິງໃຈ ແລະສະໜິດສະໜົມຕໍ່ກັນ; ພວກເຮົາຍັງໄດ້ສ້າງຮູບແບບແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ມີສະມັດຕະພາບສູງ ແທກເໝາະ ກັບຕົວຈິງ, ຖືໂຄງການເປັນຫຼັກແລະສຸມໃສ່ ຊີວິດການເປັນຢູ່ຂອງປະຊາຊົນ. ການຮ່ວມມືແມ່ນ້ຳ ລ້ານຊ້າງ-ແມ່ນ້ຳຂອງໄດ້ຊຸກຍູ້ໃຫ້ 6 ປະເທດມີຄວາມໄວ້ເນື້ອເຊື່ອໃຈທາງການເມືອງ ເລິກເຊິ່ງ ເຂົ້າ, ການຮ່ວມມືດ້ານເສດຖະກິດການຄ້າເປີດກວ້າງອອກຢ່າງວ່ອງໄວ, ການໄປມາຫາສູ່ກັນ ດ້ານບຸກຄະລາກອນ ມີຄວາມເນື່ອງນິດຂຶ້ນ,ຈໍ່ຕົວເປັນສະຖານະພາບທີ່ຮ່ວມມືກັນຢ່າງຮອບດ້ານໃນເບື້ອງຕົ້ນ,ເຮັດໃຫ້ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຈາກໄລຍະບົ່່່ມເພາະເຂົ້າສູ່ ໄລຍະເຕີບໂຕ.

ທ່ານຫວາງອີ້ກ່າວວ່າ, ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງກຳເນີດໜຶ່ງປີປາຍມານີ້ໄດ້ຮັບຄວາມຄືບໜ້າໃນ 5 ດ້ານດັ່ງນີ້:


ໜຶ່ງ:6 ປະເທດໄດ້ສ້າງກອງເລຂາຫຼືອົງການປະສານງານຂອງປະເທດການຮ່ວມມືແມ່ນ້ຳລ້ານ ຊ້າງ-ແມ່ນ້ຳຂອງຂຶ້ນ, ສ້າງສຳເລັດ ໜ່ວຍງານຮ່ວມມືໃນຂົງເຂດບໍລິມະສຸດ ແລະເລີ່ມດຳເນີນ ງານ, ອັນເຮັດໃຫ້ກົນໄກຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຈໍ່ຕົວຂຶ້ນຢ່າງຮອບດ້ານ.


ສອງ:ສ້າງສຳເລັດສູນການຮ່ວມມືຊັບພະຍາກອນ່້ຳ, ສູນຮ່ວມມືດ້ານສິ່ງແວດລ້ອມຂອງແມ່ ນ້ຳລ້ານຊ້າງ-ແມ່ນ້ຳຂອງແລະ ສູນຄົ້ນຄວ້າແມ່ນ້ຳຂອງທົ່ວໂລກ, ແລະໄດ້ເລີ່ມດຳເນີນງານ.


ສາມ: ໂຄງການຮ່ວມມືຕ່າງໆໄດ້ຮັບການຜັນຂະຫຍາຍຢ່າງວ່ອງໄວ.

ສີ່: ກອງທຶນສະເພາະເລີ່ມດຳເນີນງານຢ່າງຮອບດ້ານ.

ຫ້າ: ການສະໜັບສະໜຸນດ້ານການເງິນໄດ້ຮັບການປະຕິບັດໄປ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ