ລັດຖະມົນຕີການຕ່າງປະເທດຈີນກ້​ສ: ເຮັດ "6 ຍົກລະດັບ" ໃຫ້ດີ ສ້າງປະຊາຄົມຮ່ວມຊາຕາກຳຂອງ ບັນດາປະເທດຢູ່ລຽບຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ
2017-12-16 08:48:47  cri 

ວັນທີ 15 ທັນວານີ້ ທ່ານຫວາງອີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເຂົ້າ ຮ່ວມກອງປະຊຸມລະດັບລັດຖະມົນຕີການຕ່າງປະເທດ ຄັ້ງທີ 3 ຂອງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຢູ່ເມືອງຕ້າຫຼີ ແຂວງຢຸນນານຈີນ, ຫຼັງກອງປະຊຸມ ທ່ານຫວາງອີ້ໃຫ້ສຳພາດຕໍ່ນັກ ຂ່າວວ່າ, ກອງປະຊຸມຄັ້ງນີ້ໄດ້ຮັບຜົນງານຢ່າງອຸດົມສົມບູນ, ໄດ້ປະກາດ "ປະກາດແຈ້ງຂ່າວຮ່ວມ", ປະກາດລາຍຊື່ໂຄງການຊຸດທຳ ອິດຂອງກອງທຶນສະເພາະຂອງການຮ່ວມມື ແມ່ນ້ຳ ລ້ານຊ້າງ-ແມ່ນ້ຳຂອງ, ແລະປະກາດສ້າງເວທີແລກປ່ຽນຂໍ້ມູນກ່ຽວກັບ ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ບັນດາຝ່າຍເປັນເອກະສັນກັນເຫັນດີຮ່ວມຈິດຮ່ວມແຮງກັນ, ເພີ່ມທະວີການຮ່ວມມື, ເຮັດ "6 ຍົກລະດັບ" ໃຫ້ດີ, ສ້າງເປັນເຂດພັດທະນາ ເສດຖະກິດລ້ອງແມ່ນ້ຳລ້ານຊ້າງ ແລະສ້າງປະຊາຄົມຮ່ວມຊາຕາກຳຂອງບັນດາປະເທດ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຊິ່ງມີເນື້ອໃນລະອຽດຄືດັ່ງນີ້:


ໜຶ່ງ: ຍົກສູງລະດັບຫັນເປັນກົນໄກ. ສ້າງກອງປະຊຸມປະສົມຂອງສຳນັກງານເລຂາຂອງ 6 ປະເທດ, ແລະຈະຫາລືກັນສ້າງຕັ້ງກອງເລຂາສາ ກົນແຫ່ງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳ ຂອງໃນອະນາຄົດ.

ສອງ: ຍົກລະດັບລວງກວ້າງຂອງການຮ່ວມມື. ປັບປຸງຂອບການຮ່ວມມື 3+5 ທີ່ມີຢູ່ໃນປັດຈຸບັນ, ເປີດກວ້າງຂົງເຂດການຮ່ວມມື ເພື່ອຈໍ່ຕົວເປັນຂອບການຮ່ວມມື3+5+X.

ສາມ: ຍົກລະດັບການວາງແຜນຂອງການຮ່ວມມື, ກ້າວເຖິງຄວາມເປັນເອກະພາບກັນດ້ານຫຼັກ ການກ່ຽວກັບແຜນການດຳເນີນງານ 5 ປີຂອງການ ຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ແລະຈະນຳສະເໜີໃຫ້ກອງປະຊຸມຜູ້ນຳຄັ້ງທີ 2 ພິຈາລນາ ເຊິ່ງຈະເປັນແຜນວາດ ການພັດທະນາ ສະບັບທຳອິດຂອງກົນໄກຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

ສີ່: ຍົກຄວາມສາມາດ ການກໍ່ສ້າງ. ຍົກຄວາມສາມາດຂອງການປະປະສານງານທັງພາຍໃນແລະພາຍນອກ, ເພີ່ມທະ ວີການຄຸ້ມ ຄອງບໍລິຫານແລະຕິດຕາມໂຄງການຕ່າງໆ, ຈີນຍິນດີໃຫ້ການອົບຮົມຄວາມສາ ມາດໃຫ້ແກ່ 5 ປະເທດ.

ຫ້າ: ຍົກສະຕິການຮ່ວມມືໃຫ້ສູງຂຶ້ນ. ຈັດສັບປະດາທີ່ຈັດກອງປະຊຸມຜູ້ ນຳຄັ້ງທຳອິດໃນວັນທີ 23 ມີນາແຕ່ລະປີນັ້ນໃຫ້ເປັນສັບປະດາ ແມ່ນ້ຳລ້ານ ຊ້າງ-ແມ່ນ້ຳຂອງ, ສົ່ງເສີມໃຫ້ປະເທດຕ່າງໆສ້າງເວັບໄຊ, ສິ່ງພິມ ເພື່ອສ້າງເປັນເຄືອຂ່າຍຄັງປັນຍາ ຄົ້ນຄວ້າແມ່ນ້ຳ ລ້ານຊ້າງ-ແມ່ນ້ຳຂອງ.

ຫົກ: ຍົກລະດັບເປີດປະຕູຂອງການຮ່ວມມື. ການຮ່ວມ ມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄວນເຊື່ອມຈອດກັບຂໍ້ລິເລີ່ມ ໜຶ່ງແລວທາງ ໜຶ່ງເສັ້ນທາງ ແລະຍຸດທະສາດພັດທະນາຂອງ 6 ປະເທດ, ເພື່ອບັນລຸການແລກປ່ຽນກັນເປັນຢ່າງດີກັບອາຊຽນ ແລະລະຫວ່າງຈີນ-ອາຊຽນ,

ຕ່າງຊ່ວຍຊູຍູ້ໜູນກັນກັບກົນໄກຂອງອະນຸພາກພື້ນອື່ນໆ, ຮ່ວມກັນຊຸກຍູ້ໃຫ້ພາກພື້ນແຫ່ງນີ້ພັດທະນາແລະຈະເລີນຮຸ່ງເຮືອງຂຶ້ນ.
ທ່ານຫວາງອີ້ເນັ້ນວ່າ, ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຈະບໍ່ແມ່ນກົນໄກ ຂອບຊື່ໆ, ຄວນກາຍເປັນອົງການຈັດຕັ້ງທີ່ເຮັດແທ້ທຳ ຈິງ. ບັນດາລັດຖະມົນຕີການຕ່າງປະເທດກ່າວວ່າ, ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງແມ່ນລູກຫຼານຮ່ວມກັນຂອງ 6 ປະເທດ ເຊິ່ງກຳເນີດມາຮອດຊູ່ມື້ນີ້ຍັງບໍ່ເຕັມ 2 ປີ, ແຕ່ພັດແລ່ນໄດ້ ແລະແລ່ນໄດ້ຢ່າງວ່ອງໄວ ແລ່ນໄປສູ່ອະນາຄົດອັນສວຍງາມແລະກວ້າງໄກຂອງ 6 ປະເທດພວກເຮົາ. ທ່ານຫວາງອີ້ກ່າວເນັ້ນວ່າ,  6 ປະເທດຄວນເສີມຂະຫຍາຍທ່າແຮງດ້ານໂອກາດ, ພູມສັນຖານແລະຄວາມຖືກຕ້ອງ ປ້ອງດອງກັນລະຫວ່າປະຊາຊົນ, ຮ່ວມຈິດຮ່ວມແຮງກັນ, ຮ່ວມມືກັນກ້າວໄປໜ້າ, ສ້າງເຂດພັດທະນາເສດຖະກິດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ສ້າງປະຊາຄົມຮ່ວມຊາຕາກຳຂອງບັນດາປະເທດຢູ່ລຽບຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ແລະສ້າງຄວາມຜາສຸກ ໃຫ້ແກ່ປະຊາຊົນບັນດາປະເທດໃນພາກພື້ນແຫ່ງນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ