ລົງ​ມື​ກໍ່​ສ້າງວິ​ທະ​ຍາ​ໄລ​ອາ​ຊີ​ວະ​ສຶກ​ສາ​ສາ​ກົນ​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳ​ຂອງ
2017-12-17 14:50:14  cri 
ວັນ​ທີ 17 ທັນ​ວາ​ນີ້, ຢູ່​ເຂດ​ພັດ​ທະ​ນາ​ເສດ​ຖະ​ກິດວານ​ທິງ​ເມືອງ​ຣຸ້ຍ​ລີ້​ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ລື້​ເຜົ່າ​ຈິງ​ໂພ່​ເຕີ​ຫົງ​ແຂວງ​ຢຸນ​ນານ​ໄດ້​ຈັດ​ພິ​ທີ​ລົງ​ມື​ກໍ່​ສ້າງວິ​ທະ​ຍາ​ໄລ​ອາ​ຊີ​ວະ​ສຶກ​ສາ​ສາ​ກົນ​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຊົ​ນ​ເຜົ່າ​ຢຸນ​ນານ ເຊິ່ງ​ຈະ​ສຸມ​ໃສ່​ບຳ​ລຸງ​ກໍ່​ສ້າງວິ​ຊາ​ການ​ທີ່​ມີ​ຄຸນ​ສົມ​ບັດ​ສູງ ແລະ​ສອດ​ຄ່ອງ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ດ້ານ​ການ​ພັດ​ທະ​ນາ​ເສດ​ຖະ​ກິ​ດ​ສັງ​ຄົມ​ຢູ່​ພາກ​ພື້ນ​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳ​ຂອງ.

ວິ​ທະ​ຍາ​ໄລ​ອາ​ຊີ​ວະ​ສຶກ​ສາ​ສາ​ກົນ​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳ​ຂອງ​ຈະ​ໃຊ້​ຮູບ​ການ​6 ປະ​ເທດ​ຮັບ​ສະ​ໝັກ​ນັກ​ສຶກ​ສາ​ຮ່ວມ​ກັນ ເພື່ອ​ບຳ​ລຸງ​ກໍ່​ສ້າງ​ນັກ​ສຶກ​ສາ​ລະ​ດັບປະ​ລິນ​ຍາ​ຕີ​ລະ​ດັບ​ສູງ ໂດຍ​ແນ​ໃສ່​ການ​ນຳ​ໃຊ້​ຕົວ​ຈິງ. ​ທາງວິ​ທະ​ຍາ​ໄລ​ຈະ​ໃຫ້​ລັດ​ຖະ​ບານ 6 ປະ​ເທດ​ຊີ້​ນຳ​ນຳ​ພາ​ຮ່ວມ​ກັນ, ມີ​ສ່ວນ​ຮ່ວມ​ຂອງໂຮງ​ຮຽນ​ຊັ້ນ​ສູງ​ລະ​ດັບ​​ສຸດຍອດ​ຈາກ ​ 6 ປະ​ເທດ, ແລະ​ໃຫ້ 6 ປະ​ເທດ​ສ້າງ​ຄະ​ນະ​ບໍ​ລິ​ຫານ​ງານ​ຮ່ວມ; ມີ​ວິ​ສາ​ຫະ​ກິດ, ໂຮງ​ຮຽນ, ສະ​ຖາ​ບັນ​ຄົ້ນ​ຄວ້າ​ຮ່ວມ​ກັນ​​ປະ​ກອບ​ສ່ວນ​ໃນ​ວຽກ​ງານ​ສຶກ​ສາ.

ວິ​ທະ​ຍາ​ໄລ​ອາ​ຊີ​ວະ​ສຶກ​ສາ​ສາ​ກົນ​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳ​ຂອງ​ມີ​ເນື້ອ​ທີ່​ທັງ​ໝົດປະ​ມານ 20 ເຮັກ​ຕາ, ​ເຊິ່ງ​ໃນ​ນັ້ນ​ເນື້ອ​ທີ່​ສິ່ງ​ກໍ່​ສ້າງ​ມີ​ເນື້ອ​ທີ່​ປະ​ມານ 1ແສນ 3ໝື່ນ​ຕາ​ແມັດ, ໃຊ້​ງົບ​ປະ​ມານ​ທັງ​ໝົດ​ປະ​ມານ 600 ລ້ານຢວນ, ຄາດ​ວ່າ​ຈະ​ສ້າງ​ສຳ​ເລັດ​ໃນ​ທ້າຍ​ປີ 2019, ​ພາຍຫຼັງ​​ສ້າງ​ສຳ​ເລັດ​ແລ້ວ​ຈະ​ສາ​ມາດຮັບ​ເອົານັກ​ສຶກ​ສາ​ສົມ​ບູນ ຈາກ 6ປະ​ເທດລຸ່ມ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ 3000 ຄົນ. ເຊິ່ງວິ​ທະ​ຍາ​ໄລ​ດັ່ງ​ກ່າວ​ຈະ​ຖື​ການ​ຮັບ​ໃຊ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ​ອຸດ​ສາ​ຫະ​ກຳ​ຂອງ​ປະ​ເທດລຸ່ມ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ເປັນ​ໜ້າ​ທີ່​ອັນ​ດັບ​ໜຶ່ງ, ສຸມ​ໃ​ສ່ອົບ​ຮົມ​ນັກ​ວິ​ຊາ​ການ​ແບບ​ນຳ​ໃຊ້​ຕົວ​ຈິງ​ທີ່​ມີ​ຄຸນ​ນະ​ພາບ​ສູງ ເພື່ອ​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ດ້ານ​ການ​ສຶກ​ສາ, ວັດ​ທະ​ນະ​ທຳ ແລະ​ອຸດ​ສາ​ຫະ​ກຳ​ລະ​ຫວ່າງ 6 ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ