ທະ​ຫານ​ອີ​ຮັກ​ສຶບ​ຕໍ່​ກວາດລ້າງ​ອິດ​ທິ​ກຳ​ລັງ​ກຸ່ມ IS
2017-12-17 17:51:50  cri 
ວັນ​ທີ 16 ທັນ​ວານີ້ ກອງ​ທະ​ຫານ​ອີ​ຮັກ​ເລີ່ມ​​ເຄື່ອນ​ໄຫວ​ຢູ່​ເຂດ​ຊົນ​ນະ​ບົດ​ທາງ​ພາກ​ກາງ​ອີ​ຮັກ ເພື່ອ​ກວາດ​ລ້າງ​ອິດ​ທິ​ກຳ​ລັງຂອງ​ກຸ່ມ IS ທີ່​ເປັນ​ອົງ​ການ​​ຫົວ​ຮຸນ​ແຮງ​ທີ່​ລີ້​ຊອນ​ຢູ່​ພົ້ນ.

ວັນ​ທີ 16 ທັນ​ວານີ້ ກອງ​ບັນ​ຊາ​ການ​ຮ່ວ​ມ​ທາງ​ການ​ທະ​ຫານອີ​ຮັກ​​ຖະ​ແຫຼງ​ວ່າ, ມື້​ດຽວ​ກັນ ກອງທະ​ຫານ​ລັດ​ຖະ​ບານ​ເລີ່ມກວ​າດລ້າງ​ເຂດຕໍ່ແດນ​ລະ​ຫວ່າງ​ແຂວງ​ຊາ​ລາ​ຮູ​ຕິນ​ແລະ​ແຂວງ​ຕີ​ຢາ​ລາ,ໄດ້​ທຳ​ລາຍ​ບ່ອນ​ລີ້​ຊອນ​ບ່ອນ​ໜຶ່ງ​ຂອງ​ພວກ​ປະ​ກອບ​ອາ​ວຸດ​ກຸ່ມ IS.

ຖະ​ແຫຼງ​ການ​​ລະ​ບຸວ່າ, ການ​ເຄື່ອນ​ໄຫວ​ເທື່ອນີ້​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກກອງ​​ທະ​ຫານ​ລາດ​ນິ​ກາຍ​ຊາ​ອິດ. ຕໍ່​ໄປ ກອງ​​ທະ​ຫານ​ລັດ​ຖະ​ບານ​ຈະ​ສຶບ​ຕໍ່​ເຄື່ອນ​ໄຫວ​ຢູ່​ເຂດ​ດັ່ງ​ກ່າວ, ຈົນ​ຮອດ​​ເວ​ລາ​ທີ່ກວາດ​ລ້າງ​ພວກ​ປະ​ກອບ​ອາ​ວຸດ​ທີ່​ລີ້​ຢູ່​ແຫ່ງນັ້ນ​ຢ່າງ​ເຖິງ​ຖອງ.

ໃນ​ຫຼາຍ​ເດືອນ​ຜ່ານ​ມາ,​ກອງ​ທະ​ຫານລັດ​ຖະ​ບານ​ອີ​ຮັກໄດ້​​ຍຶດ​ເອົາ​​ປ້ອມປະ​ຈຳ​ຂອງ​ກຸ່ມ IS ຢູ່​ແຂວງ​ຊາ​ລ​າ​ຮູ​ຕິນແລະ​ແຂວງ​ຕີ​ຢາ​ລານັ້ນ​ຄືນ, ແລະ​ມີ​ພວກ​ປະ​ກອບ​ອາ​ວຸດ​ຈຳ​ນວນ​ໜຶ່ງ​ໄດ້​ໂຕນ​ໜີ​ໄປ​ເຂດ​ໄມ​ປິ​ຈາ.   ວັນ​ທີ 9 ທັນ​ວານີ້ ທ່ານ​ໄຮ​ເຕິ ອາ ອາ​ບາ​ຕີ ນາ​ຍົກ​ລັດ​ຖະມົນ​ຕີອີ​ຮັກ​ປະ​ກາດ​ວ່າ, ກອງ​ທະ​ຫານລັດ​ຖະ​ບານ​ໄດ້​ຍຶດ​ເອົາ​ດິນ​ແດນ​ທີ່​ຖືກ​ກຸ່ມ IS ​ຍຶດ​ຄອງນັ້ນ​ຄືນ​ໝົດ, ອີ​ຮັກ​ໄດ້​ຮັບ​ໄຊ​ຊະ​ນະ​ຄັ້ງ​ປະ​ຫວັດ​ສາດໃນ​ການ​ໂຈມ​ຕີ​ກຸ່ມ IS. ແຕ່​ວ່າ ປັດ​ຈຸ​ບັນ​ຍັງ​ມີ​ພວກ​ຫົວ​ຮຸນ​ແຮງຈຳ​ນວນ​ໜຶ່ງ​ລີ້​ຊ​ອນ​ຢູ່​ເຂດ​​ຮົກ​ເຮື້ອ​ແລະ​ເຂດ​ພູ​ດອຍ​ຂອງ​ອີ​ຮັກ ເພື່ອ​ຊອກ​ຫາ​ໂອ​ກາດ​ໂຈມ​ຕີ​ຄືນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ