ສຳນັກງານ​ໃຫຍ່ສະ​ຫະພັນ​ທ່ອງ​ທ່ຽວ​ໂລກ​ຈະຕັ້ງຂຶ້ນຢູ່​ນະຄອນ​ຫັງ​ໂຈ່​ວ
2017-12-18 11:18:00  cri 

ສະຫະພັນ​ທ່ອງ​ທ່ຽວ​ໂລກ ຫຼື WTA ​ແລະອຳນາດ​ການ​ປົກຄອງ​ແຂວງ​ເຈີ້​ຈ່ຽງ ສປ ຈີນ ​ໄດ້​ຮ່ວມ​ລົງ​ນາມ​​ການ​ຮ່ວມ​ມື​ທາງ​ຍຸດ​ທະ​ສາດ ຢູ່​ນະຄອນຫຼວງປັກ​ກິ່ງ ​ໃນ​ວັນ​ທີ 17 ທັນວາ​ນີ້ ​ໂດຍ​ຕົກລົງ​ຈະ​ສ້າງຕັ້ງສຳນັກງານ​ໃຫຍ່​ສະຫະພັນ​ທ່ອງ​ທ່ຽວ​ໂລກ​ຢູ່​ແຄມ​ໜອງ​ຊ່ຽວຊ່ານ​ຊ່ຽງ ນະຄອນ​ຫັງ​ໂຈ່​ວ ຢ່າງ​ເປັນ​ທາງ​ການ.

ທ່ານຫຼີຈິ່ນຈາວ ຫົວໜ້າ​ອົງການທ່ອງທ່ຽວ​ແຫ່ງ​ຊາດ​ຈີນ ທັງ​ເປັນ​ປະທານ​ຄະນະ​ກຳມະການ​ຈັດຕັ້ງສະຫະພັນ​ທ່ອງ​ທ່ຽວ​ໂລກ ກ່າວ​ວ່າ: ສະຫະພັນ​ທ່ອງ​ທ່ຽວ​ໂລກ ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດສິນ​ໃຈຂອງ​ຜູ້ປະກອບ​ການທ່ອງທ່ຽວ​ຂອງຈີນ​ໃນ​ການ​ປະດິດ​ສ້າງ​ແລະ​ການ​ປະຕິ​ຮູບ ທັງສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ປາຖະໜາອັນ​ແຮງ​ກ້າ​ຂອງຜູ້​ປະກອບ​ການທ່ອງທ່ຽວ​ທົ່ວ​ໂລກ​ໃນ​ການຄົ້ນຄວ້າ​ແລະ​ຫາລື​ການ​ຮ່ວມ​ມື ​ເຊິ່ງມີ​ຜົນ​ດີ​ຕໍ່​ການ​ຍົກ​ສູງ​ສິດ​ປະກອບ​ຄຳ​ເຫັນ ​ແລະ ບົດບາດ​ຂອງ​ຈີນ​ໃນ​ວົງ​ການທ່ອງທ່ຽວ​ໂລກ.

ທ່ານຫຼີຈິ່ນຈາວ ກ່າວ​ຕື່ມ​ວ່າ: WTA ​ແມ່ນ​ອົງການ​ຈັດຕັ້ງທີ່​ບໍ່​ຂຶ້ນກັບ​ລັດຖະບານທີ່​ລິ​ເລີ່​ມ ສ້າງ​ໂດຍ​ຈີນ ​ແລະ​ໄດ້​ສ້າງຕັ້ງຂຶ້ນຢູ່​ນະຄອນ​ເສິງ​ຕູ່ ​ແຂວງ​ເສ​ສວນ​ໃນ​ເດືອນ​ກັນຍາ​ປີ​ນີ້ ​ໂດຍ​ຖື​ເປັນ​ເວທີ​ການ​ຮ່ວມ​ມື ​ແລະ ​ປົກ​ຄຸມ​ຢ່າງ​ກວ້າງຂວາງ ​ໂດຍ​ສະ​ເພາະ​ຜ່ານ​ຈາກ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສະມາ​ຄົມທ່ອງ​ທ່ຽວບັນດາ​ປະ​ເທດ​ທີ່​ຜ່ານ​ WTA, ຈະ​ສາມາດລວມຊັບພະຍາກອນ​ທ່ອງ​ທ່ຽວ​ປະ​ເພດ​ຕ່າງໆ​ໃນ​ໂລກ ​ແລະ ຮ່ວມ​ກັນ​ຊຸກຍູ້​ຂະ​ແໜງ​ການທ່ອງທ່ຽວ​ໂລກ​ໃຫ້​ພັດທະນາ​ຢ່າງ​ປອດ​ໃສ​ ແລະຕໍ່​ເນື່ອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ