ອິນ​ໂດ​ເນ​ເຊຍ​ຈະ​ຮ່ວມ​ມື​ກັບ​ຈີນ​ດ້ານ​ການທ່ອງທ່ຽວ
2017-12-18 11:20:04  cri 

ທ່ານ​ອາຣິຟ ຢາ​ຮ໌ຢາ ລັດຖະມົນຕີ​ກະຊວງທ່ອງ​ທ່ຽວ​ອິນ​ໂດ​ເນ​ເຊຍ ​ໄດ້​ໃຫ້​ສຳພາດຕໍ່​ນັກ​ຂ່າວ ຢູ່​ນະຄອນຫຼວງ​ຈາ​ກາ​ຕາ​ໃນ​ວັນ​ທີ 15 ທັນວາ​ນີ້​ວ່າ: ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຂອງ​ຈີນ ​ແລະ ​ແຜນການ​ສ້າງ "ທາງ​ດ່ວນ​ທາງ​ທະ​ເລ" ຂອງ​ອິນ​ໂດ​ເນ​ເຊຍ ຕ່າງ​ສະໜັບສະໜູນ ​ແລະ ​ເຊື່ອມ​ຈອດ​ກັນ ​ເຊິ່ງຈະ​ເປັນ​ໂອກາດ​ສະໜອງ​ທຶນ​ໃຫ້​ແກ່​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ ກໍ​ຄື​ການທ່ອງທ່ຽວຂອງ​ອິນ​ໂດ​ເນ​ເຊຍ ຈຶ່ງ​ເຫັນ​ໄດ້​ວ່າ ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ລະຫວ່າງ​ສອງ​ປະ​ເທດຈະ​ມີ​ອະນາຄົດ​ອັນ​ກວ້າງຂວາງ​ແລະ​ສົດ​ໃສ​ກວ່າ​ເກົ່າ.

ທ່ານ​ຢາ​ຮ໌ຢາ ກ່າວ​ຕື່ມ​ວ່າ: ອິນ​ໂດ​ເນ​ເຊຍ​ພວມ​ສຸມ​ໃສ່​ສ້າງ​ແຫຼ່ງທ່ອງ​ທ່ຽວ "ບາຫຼີ​ໃໝ່" 10 ​ແຫ່ງ, ຫວັງ​ວ່າ​ວິ​ສາ​ຫະກິດ​ຈີນ​ທີ່​ເຂົ້າຮ່ວມ​ການ​ສ້າງ "ໜຶ່ງ​ແລວ​ທາງໜຶ່ງ​ເສັ້ນທາງ" ຈະ​ສະໜັບສະໜູນ​ແຜນການ​ດັ່ງກ່າວ​ຂອງ​ລັດຖະບານ​ອິນ​ໂດ​ເນ​ເຊຍ ​ແລະ​ມາ​ລົງທຶນ. ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ແມ່ນ​ໂອກາດ​ສຳຄັນ​ສຳລັບ​ອິນ​ໂດ​ເນ​ເຊຍ​ທີ່​ສາມາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈີນ​ໃຫ້​ໄດ້ຫຼາຍກວ່າ​ເກົ່າ. ສະນັ້ນ, ອິນ​ໂດ​ເນ​ເຊຍ ຈຶ່ງ​ໄດ້​ສ້າງ​ໂຄງການ​ທ່ອງ​ທ່ຽວ "​ເດີນ​ຕາມ​ເສັ້ນທາງ​ເຈິ້ງ​ເຫີ" ​​ເຊິ່ງ​ເປັນ​ລາຍການ​ທ່ອງ​ທ່ຽວ​ສຳລັບ​ນັກ​ທ່ອງ​ທ່ຽວ​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ