ເກີດ​ແຜ່ນດິນ​ໄຫວ​ຢູ່​ອິນ​ໂດ​ເນ​ເຊຍ ​ເຮັດ​ໃຫ້ 2 ຄົນ​ເສຍ​ຊີວິດ
2017-12-18 14:44:08  cri 

ອົງການ​ຕ້ານ​ໄພພິບັດ​ອິນ​ໂດ​ເນ​ເຊຍ​ຢືນຢັນ​ໃນ​ວັນ​ທີ 16 ທັນວາ​ນີ້​ວ່າ: ຢູ່​ພາກ​ໃຕ້​ແຂວງ​ຊາ​ວາຕາ​ເວັນ​ຕົກ ​ໄດ້​ເກີດ​ແຜ່ນດິນ​ໄຫວ​ລະດັບ 6,9 ຣິກ​ເຕີ​ໃນ​ກາງຄືນ​ວັນ​ທີ 15 ທັນວາ​ນີ້, ​ເຮັດ​ໃຫ້ມີ​ຜູ້​ເສຍ​ຊີວິດ​ແລ້ວ 2 ຄົນ ​ແລະ ບາດ​ເຈັບ 7 ຄົນ.

ຂ່າວ​ລາຍ​ງານ​ວ່າ, ​ມາ​ຮອດ​ຕອນ​ເຊົ້າວັນ​ທີ 16 ທັນວາ​ນີ້, ອົງການ​ຕິດຕາມ​ແຜ່ນດິນ​ໄຫວ​ອິນ​ໂດ​ເນ​ເຊຍ​ສາມາດ​ບັນທຶກ​ໄດ້​ມີແຮງ​ສັ່ນ​ສະ​ເທືອ​ນຕາມ​ມາ 7 ຄັ້ງຢູ່​ບໍລິ​ເວນ​ຈຸດ​ສູນ​ກາງ​ແຜ່ນດິນ​ໄຫວ ຈຶ່ງ​ເຕືອນ​ໃຫ້​ປະຊາຊົນ​ທ້ອງ​ຖິ່ນ​ມີ​ສະຕິ​ລະວັງ​ຕົວຂຶ້ນຕື່ມ​ອີກ.

ທັງ​ນີ້, ຢູ່​ພາກ​ຕາ​ເວັນ​ຕົກ​ສຽງໃຕ້​ເມືອງ​ຕາ​ຊິກ​ມາລາ​ຢາ ​ແຂວງ​ຊາ​ວາຕາ​ເວັນ​ຕົກ ປະ​ເທດ​ອິນ​ໂດ​ເນ​ເຊຍ ​ໄດ້​ເກີດ​ແຜ່ນດິນ​ໄຫວ​ລະດັບ 6,9 ຣິກ​ເຕີ​ໃນ​ກາງຄືນ​ວັນ​ທີ 15 ທັນວາ​ນີ້ ​ໂດຍ​ຈຸດ​ສູນ​ກາງ​ເລິກ​ລົງ​ໄປ​ໃຕ້​ດິນ 107 ​ກິ​ໂລ​ແມັດ ​ແລະ ນະຄອນຫຼວງຈາ​ກາ​ຕາ ທີ່​ຫ່າງ​ຈາກ​ຈຸດ​ສູນ​ກາງ​ແຜ່ນດິນ​ໄຫວ 200 ກວ່າ​ກິ​ໂລ​ແມັດ​ກໍ​ຮູ້ສຶກ​ເຖິງ​ແຮງ​ສັ່ນ​ສະ​ເທືອ​ນຢ່າງ​ຮຸນ​ແຮງ​ເຊັ່ນ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ