ປະ​ຊາ​ຊົນ​ຈີນ 4 ຄົນ​ທີ່​ຖືກ​ຈີ້​ຕົວ​ຢູ່​ນີ​ເຊຣີ​ຖືກ​ຊ່ວຍ​ກູ້​ຕົວ​ອອກ​ມາ​ແລ້ວ
2017-12-18 15:12:55  cri 
ສະ​ຖານ​ກົງ​ສຸນ​ໃຫຍ່​ຈີນ​ປະ​ຈຳ​ລາ​ກົ​ສ​ຢືນ​ຢັນ​ວ່າ, ປະ​ຊາ​ຊົນ​ຈີນ 4 ຄົນ​ທີ່​ຖືກ​ຈີ້​ຕົ​ວ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ນີ​ເຊ​ຣີ​ໄດ້ຖືກ​ຊ່ວຍ​ກູ້ຕົວ​ຈາກ​ທະ​ຫານ​ນີ​ເຊ​ຣີ​ໃນ​ວັນ​ທີ 16 ທັນ​ວາ​ນີ້.

ສະ​ຖານ​ກົງ​ສຸນ​ດັ່ງ​ກ່າວ​ເປີດ​ເຜີຍ​ວ່າ, ເວ​ລາ 5 ໂມງ​ຂອງວັນ​ທີ 14 ທັນ​ວາ​ນີ້, ຊາວ​ປະ​ມົງ​ຈີນ 4 ຄົນ​ຖືກໂຈນ​ສະ​ລັດ​ຈີ້​ຕົວ​ໃນ​ເວ​ລາ​ຫາ​ປາ​ຢູ່​ໃກ້​ທະ​ເລ​ຕາ​ເວັນ​ອອກ​ຂອງ​ລາ​ກົ​ສ. ຫຼັງ​ຈາກ​ນັ້ນໂຈນ​ສະ​ລັດ​ໄດ້​ເດີນ​ເຮືອ​ໄປ​​ທາງທິດ​ແຂວງ​ໂອນ​ໂດ​ແລະ​ຖືກ​ກຳ​ປັ່ນ​ລາດ​ຕະ​ເວນ​ຂອງ​ນີ​ເຊ​ຣີ​ພົບ​ເຫັນ. ວັນ​ທີ 16 ທັນ​ວາ​ນີ້, ທະ​ຫານ​ນີ​ເຊ​​ຣີໄດ້​ສູ້​ຮົບ​ກັບ​ໂຈນ​ສະ​ລັດ​ຢູ່​ເຂດ​ນ້ຳ​ໂອນ​ໂດ, ແລະ​ໄດ້​​ຊ່ວຍ​ກູ້​ຕົວປະ​ຊາ​ຊົນ​ຈີນ 4 ຄົນ.
ສະ​ຖານ​ກົງ​ສຸນ​ໃຫຍ່​ຈີນ​ປະ​ຈຳ​ລາ​ກົ​ສ​ກ່າ​ວ​ວ່າ, ມີ​ປະ​ຊາ​ຊົນ​ຈີນ 3 ຄົນ​ໄດ້​ບາດ​ເຈັບ​ໃນ​ເຫດ​ການ​ດັ່ງ​ກ່າວ, ປັດ​ຈຸ​ບັນ​ໄດ້​ສົ່ງ​ໄປ​ປິ່ນ​ປົວ​ຢູ່​ໂຮງ​ໝໍ​ທ້ອງ​ຖິ່ນ, ​ທາງສະ​ຖານ​ກົງ​ສຸນ​ພວມ​ກຽມ​ຈະໄປ​ຢ້ຽມ​ຢາມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ