ງານແຂ່ງ​​ລົດ​ສາ​ກົນ​ອາ​ຊຽນ "4+2" ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ໜ້າ
2017-12-18 16:24:16  cri 
ພະ​ແນກ​ກິ​ລາ​ແຂວງ​ຢຸນ​ນານ​ຈີນ​ເປີດ​ເຜີຍ​ວ່າ, ງານ​ແຂ່ງ​​ລົດ​ສາ​ກົນ​ອາ​ຊຽນ "4+2" ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 20 ຫາ​ວັນ​ທີ 29 ມັງ​ກອນ​ປີ​ໜ້າ.

ຂ່າວ​ແຈ້ງວ່າ, ເປົ້າ​ໝາຍ​ຂອງ​ການ​ແຂ່ງ​ຂັນ​ດັ່ງ​ກ່າວ​ແມ່ນ​ເພື່ອ​ຊຸກ​ຍູ້​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ແລະ​ກິ​ລາ​ຢ່າງ​ຮອບ​ດ້ານ​ແລະ​ທຸກ​ຂັ້ນ​ລະ​ຫວ່າງ​ປະ​ເທດ​ທີ່​ເຂົ້າ​ຮ່ວມ. ຮູບ​ການ​ແຂ່ງ​ຂັນ​​ເທື່ອ​ນີ້​ແມ່ນການ​ແຂ່ງ​ຂັນເປັນ​ໝູ່​ຄະ​ນະ​ແບບ "4+2" ຄື: ລົດ 4 ລໍ້+ ລົດ​ຖີບ 2 ລໍ້, ​ຈະ​ແບ່ງ​ເສັ້ນ​ທາງ​ແຂ່ງ​ຂັນເປັນໄລ​ຍະ 4 ຕອນຄື: ຕອນ​ສິບ​ສອງ​ພັນ​ນາ​ຢູ່​ຈີນ, ຕອນສາມ​ຫຼ່ຽມ​ຄຳ​ຢູ່​ລາວ, ​ຕອນຊຽງ​​ລາຍ​ແລະ​ຕອນ​ຊຽງ​ໃ​ໝ່​​ຢູ່​ໄທ. ປັດ​ຈຸ​ບັນ​ມີ​ນັກ​ຂັບ 200 ຄົນ​ຂອງ​ຈຳ​ນວນ 50 ທີມ​​ໄດ້ສະ​ເໜີ​ຕົວ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ແລ້ວ.

ການ​ແຂ່ງ​ຂັນ​ຄັ້ງ​ນີ້​ມີ 3 ຝ່າຍ​ໄດ້ຮ່ວມ​ກັນ​ຈັດ​ຂຶ້ນ​​ຄື​ສູນ​ບໍ​ລິ​ການ​ແລກ​ປ່ຽນ​ຕໍ່​ຕ່າງ​ປະ​ເທດ​ຂອງ​ພະ​ແນກ​ກິ​ລາ​ແຂວງ​ຢຸນ​ນານ, ສຳ​ນັກ​ງານ​ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄທ​ປະ​ຈຳ​ຄຸນ​ມິງແລະ​ຄະ​ນະ​ກຳ​ມະ​ການ​​ຄຸ້ມ​ຄອງ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ສາມ​ຫຼ່ຽມ​ຄຳ​ລາວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ