ສະພາ​ເປຣູຮັບຮອງ​ຍັດຕິ​ກ່າວ​ໂທດ​ປະທານາທິບໍດີ
2017-12-18 14:43:47  cri 
ວັນ​ທີ 15 ທັນ​ວາ​ນີ້, ​ເນື່ອງ​ຈາກຜົນ​ລົງ​ຄະ​ແນ​ນສຽງ 93 ຕໍ່ 17 ຄະ​ແນນ, ສະພາ​ເປຣູຮັບຮອງ​ຍັດຕິ​ກ່າວ​ໂທດທ່ານ​​ເປໂດ​ຣ ປັບ​ໂລ ກູ​ຊິນ​ສກີ ​ກໍ​ດັດ ປະທານາທິບໍດີ​ເປຣູ.

ສະພາ​ເປຣູຈະ​ດຳ​​ເນີນການພິຈາລະນາ​ຄະດີ ​ແລະ​ລົງ​ຄະ​ແນນສຽງ​ຄັ້ງ​ສຸດ​ທ້າຍ​ໃນ​ວັນ​ທີ 21 ທັນວາ​ນີ້.

ທ່ານ​ສະລະ​ເວຣີ ​ໂຄສົກ​ຂອງພັກ​ກຳລັງ​ປະຊາຊົນ​ທີ່​​ເປັນ​ພັກ​ຝ່າຍຄ້ານ​ໃຫຍ່​ທີ່​ສຸດ​ໃນ​ສະພາ​ເປຣູ​​ກ່າວ​ວ່າ: ທ່ານ​ກູ​ຊິນສກີ​ໄດ້​​ໃຫ້ຄຳ​ປຶ​ກສາ​ຕໍ່​ບໍລິສັດ​ກໍ່ສ້າງ​ເບຼຊິນ​ໂດຍ​ກົງ ​ແລະໄດ້​ນຳ​ໃຊ້​ສິດຕຳ​ແໜ່​ງຊ່ວຍ​ບໍລິສັດ​ດັ່ງກ່າວ​ຮັບ​ໂຄງການ​ສາທາລະນະ. ກະທຳ​ຂອງ​ທ່ານ​ໄດ້​ເສຍ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ເປຣູ, ​ດັ່ງ​ນັ້ນ, ທາງ​ອອກ​ທີ່​ດີ​ທີ່​ສຸດທ່ານຕ້ອງລາ​ອອກ​ຈາກ​ຕຳ​ແໜ່​ງ ຫຼື ຖືກ​ກ່າວ​ໂທດ​ເທົ່າ​ນັ້ນ.

ຖ້າ​ສະພາ​ເປຣູຮັບຮອງ​ຄະດີ​ກ່າວ​ໂທດ​ນີ້, ທ່ານ​ມະຕິ​ນ ​ອັນ​​ເປີ​ໂຕ ວິສກະຣະ ​ໂກ​ເນ​ໂຈ ຮອງ​ປະທານາທິບໍດີ​ເປຣູຈະ​ຂຶ້ນ​ເປັນ​ປະທານາທິບໍດີ​ຄົນໃໝ່​ແທນ​ທັນ​ທີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ