ກອງ​ປະຊຸມ​ຄະນະ​ກຳມະການ​ເຕັກນິກ​ການ​ຮ່ວມ​ມືທາງ​ທະ​ເລ​ຈີນ-ອິນ​ໂດ​ເນ​ເຊຍ​​ເທື່ອ​ທີ 10 ຈັດຂຶ້ນ​ຢູ່​ຈາ​ກາກຕາ
2017-12-18 14:45:35  cri 
ກອງ​ປະຊຸມ​ຄະນະ​ກຳ​ມະ​ການ​ເຕັກນິກ​ການ​ຮ່ວມ​ມື​ທາງທະ​ເລ​ຈີ​ນ-ອິນ​ໂດ​ເນ​ເຊຍ​ເທື່ອ​ທີ 10 ​ໄດ້​ຈັດ​ຂຶ້ນ​ແຕ່​ວັນ​ທີ 14 ຫາ​ວັນ​ທີ 15 ທັນວາ​ນີ້​ຢູ່​ນະຄອນຫຼວງ​ຈາ​ກາກ​ຕາ ​ເຊິ່ງ​ໄດ້​ເອົາ​ໃຈ​ໃສ່​ຈັດ​ຕັ້ງ​ປະຕິບັດ​ຄວາມ​ເຫັນ​ເປັນ​ເອກະ​ພາບ​ກັນຂອງ​ປະມຸກ​ລັດ​ທັງ​ສອງຊາດວ່າ​ດ້ວຍ​ການ​ເຊື່ອມ​ຈອດ​ຍຸດ​ທະ​ສາດ​ການ​ພັດທະນາ​ທະ​ເລຂອງ​ສອງ​ປະ​ເທດ ​ທີ່​ບັນລຸ​​ໄດ້ໃນ​ເວທີ​ປຶກສາຫາລື​ສຸດ​ຍອດ​ການ​ຮ່ວມ​ມື​ສາກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ແລະ​ຊຸກ​ຍູ້​ການ​ຮ່ວມ​ມື​ຕົວ​ຈິງທາງ​ທ​ະ​ເລ.

ກອງ​ປະຊຸມ​ດັ່ງກ່າວ​ໄດ້​ທົບທວນຄືນໝາກຜົນ​ທີ່​ດີ​ດ້ານ​ການ​ຮ່ວມ​ມື​ທາງ​ທະ​ເລຂອງ​ສອງ​ຝ່າຍ​ນັບ​ແຕ່ກອງ​ປະຊຸມ​ຄະນະ​ກຳມະການ​ຮ່ວມ​ມືທາງທະ​ເລ​ຈີນ-ອິນ​ໂດ​ເນ​ເຊຍເທື່ອ​ທີ 2 ​ໃນ​​ເດືອນ​ພຶດສະພາ​ປີ 2014 ​ແລະ​ກອງ​ປະຊຸມ​ຄະນະ​ກຳມະການ​ເຕັກນິກ​ການ​ຮ່ວມ​ມືທາງ​ທະ​ເລ​ໃນ​ເດືອນ​ມັງກອນ​ປີ 2015​ ​ເປັນ​ຕົ້ນ​ມາ.

ກອງ​ປະຊຸມ​ດັ່ງກ່າວ​ໄດ້​ຮັບຮອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ທະ​ເລ, ການ​ພັດທະນາ​ຊັບ​ພະຍາກອນທາງ​ທ​ະ​ເລ, ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ທາງທະ​ເລ ​ແລະ​ຂົງ​ເຂດ​ອື່ນໆ ບົນ​ພື້ນຖານ​ສືບ​ຕໍ່​ຮັກສາການ​ຮ່ວມ​ມື​ເຈລະຈາ​ດ້ານ​ຄວາມ​ປອດ​​ໄພ​ທາງທະ​ເລ, ຄວາມ​ປອດ​ໄພຂອງ​ການ​ເດີນ​ເຮື​ອ, ການ​ສຶກສາ​ຄົ້ນຄວ້າວິທະຍາສາດ ​ແລະ​ຮັກສາ​ສິ່ງ​​ແວດ​ລ້ອມທາງ​ທະ​ເລ ​ເພື່ອ​ຄວາມອຸດົມສົມ​ບູນຂອງສາຍ​ພົວພັນຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ​ຈີນ-ອິນ​ໂດ​ເນ​ເຊຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ