ຈີນ​ສຳ​ເລັດ​ການ​ຜະ​ລິດ​ກຳ​ປັ່ນ​ໄຮ້ຄົນ​ຂັບ​ທີ່​ແລ່ນໄວ​ທີ່​ສຸດ​ໃນ​ໂລກ
2017-12-18 14:31:44  cri 
​ວັນ​ທີ 14 ທັ​ນ​ວາ​ນີ້, ງານ​ວາງ​ສະ​ແດງ​ເສດ​ຖະ​ກິດ​ທະ​ເລ​ຈີນ​ຄັ້ງ​ທີ 5 ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ຈ້ານ​ຈ່ຽງ​ແຂວງກວາງ​ຕຸ້ງ​ຈີນ​ໃຫ້​ຮູ້​ວ່າ, ຈີນ​ໄດ້​ຜະ​ລິດ​ກຳ​ປັ່ນ​ "ທ່ຽນ​ສິງ​ 1" ​ເປັນກຳ​ປັ່ນ​ໄຮ້​ຄົນ​ຂັບ​ທີ່​ໄວ​ທີ່​ສຸດ​ໃນ​ໂລກ.

 "ທ່ຽນ​ສິງ​ 1" ໄດ້​ຜະ​ລິດອອກ​ມາ​ໃນ​ເດືອນ​ກັນ​ຍາ​ປີ​ນີ້, ຄວາມ​ໄວ​ທີ່​ແລ່ນ​ໄດ້​ສູງ​ສຸດສູງກວ່າ 92,6 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ເຊິ່ງ​ແມ່ນ​ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ສະ​ວະ​ກຳ​ຮາ​ປິນ ແລະ ບໍ​ລິ​ສັດ​ກຳ​ປັ່ນ​ໄຮ​​ສ​ບີ​ເຊິນ​ເຈິ້ນ​ຮ່ວມ​ກັນ​ຄົ້ນ​ຄວ້າ​ຜະ​ລິດ. ກຳ​ປັ່ນ​ລຳ​ນີ້​ຍາວ 12,2 ແມັດ, ບໍ​ລິ​ມາດ​ທີ່​ແທນ​ທີ່​ນ້ຳ​ຂອງ​ພື້ນ​ທ້ອງ​ເຮືອ​ເມື່ອ​ບັນ​ທຸກ​ສິນ​ຄ້າ​ເຕັມ (LDT) ແມ່ນ 7,5 ໂຕນ ແລະ ມີ​ກຳ​ລັງ​ຊຸກ​ດັນ​ດ້ວຍ​ນ້ຳ​ມັນ ແລະ ໄຟ​ຟ້າ​ເປັນ​ກຳ​ລັງຫຼັກ​ໃນ​ການ​ຂັບ​ເຄື່ອນ. ບໍ​ລິ​ສັດ​ໄຮ​ສ​ບີ​ເປັນ​ບໍ​ລິ​ສັດ​ຜະ​ລິດ​ກຳ​ປັ່ນ​ທຸ​ລະ​ກິດ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ຈີນ. ປັດ​ຈຸ​ບັນ, "ທ່ຽນ​ສິງ​ 1" ໄດ້​​ສົ່ງມອບ​ໃຫ້​ລູກ​ຄ້າ​ແລ້ວ.

ປີ​ຜ່ານ​ມາ, ເຈົ້າ​ໜ້າ​ທີ່​ທະ​ຫານ​ອັງ​ກິດ​ເຄີຍ​ເປີດ​​ເຜີຍ​ຂໍ້​ມູນ​ກ່ຽວ​ກັບກຳ​ປັ່ນ​ສອດ​ແນມ​ໄຮ້​ຄົນ​ຂັບ​ທີ່​ມີ​ຄວາມ​ໄວ​​ສູງກວ່າ 92,6 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ແລະ ຍາວ 10 ແມັດ. ບໍ​ລິ​ສັດ​ໄຮ​ສ​ບີ​ເປີດ​ເຜີຍ​ວ່າ, ​ຫາກອີງ​ຕາມ​ຂໍ້​ມູນ​ທີ່ບໍ​ລິ​ສັດ​ຕົນ​ເກັບ​ກຳ​ໄດ້, ກຳ​ປັ່ນ​ໄຮ້ຄົນ​ຂັບ​ຂອງ​ຈີນ​​ຖື​ເປັນ​ກຳ​ປັ່ນ​ທີ່ໄວ​ທີ່​ສຸດໃນ​ໂລກ​ປັ​ດ​ຈຸ​ບັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ