ຈີ​ນ​ຫວັງ​ໃຫ້​ປະ​ເທດນອກ​ພາກ​ພື້ນ ແລະ ຝ່າຍ​ທີ່​ກ່ຽວ​ຂ້ອງ​ຢ່າ​ປັ້ນ​ເລື່ອງ​ກ່ຽວ​ກັບ​ທະ​ເລ​ຈີນ​ໃຕ້
2017-12-18 14:34:31  cri 
ທ່ານ​ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າ​ວ​ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 15 ທັນ​ວາ​ນີ້​ວ່າ, ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ຈີນ​ ແລະ ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ, ​ປັດ​ຈຸ​ບັນ​ນີ້, ສະ​ຖາ​ນະ​ການ​ຢູ່​ທະ​ເລ​ຈີນ​ໃຕ້​ໄດ້​ຂະ​ຫຍາຍ​ໄປ​ສູ່​ທິດ​ທາງ​ທີ່​ດີ​ເລື້ອຍໆ, ຈີນ​ຫ​ວັງ​ໃຫ້​ປະ​ເທດນອກ​ພາກ​ພື້ນ ແລະ ຝ່າຍ​ທີ່​ກ່ຽວ​ຂ້ອງ​ເຄົາ​ລົບ​ຄວາມ​ພະ​ຍາ​ຍາມ​ຂອງ​ບັນ​ດາ​ປະ​ເທດ​ໃນ​ພ​າກ​ພື້ນ​ນີ້, ຢ່າ​ປັ້ນ​ແຕ່ງ​ເລື່ອງ ແລະ ​ສ້າງ​ຄວາມ​ຂັດ​ແຍ້ງຂຶ້ນ.

ມີ​ນັກ​ຂ່າວ​ຖາມໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​​ວ່າ, ຕາມ​ຂ່າວ​ແຈ້ງວ່າ, ມີ​​ຄັງ​ປັນ​ຍາ​ແຫ່ງ​ໜຶ່ງ​ຂອງ​ອາ​ເມ​ລິ​ກາ​ໄດ້​ເປີດ​ເຜີຍ​ຮູບ​ຖ່າຍ​ດາວ​ທຽມ​ໃນ​ວັນ​ທີ 14 ທັນ​ວາ​ນີ້ ແລະ ຊີ້​ອອ​ກວ່າ, ຈີນ​ໄດ້​ຕິດ​ຕັ້ງ​ອຸ​ປະ​ກອນ​ລາ​ດາ ແລະ ອຸ​ປະ​ກອນ​ອື່ນໆ​ທີ່​ສາ​ມາດ​ໃຊ້​ທາງ​​ການທະ​ຫານ ຢູ່​ເກາະ​ແລະ​ຫີນ​ໂສ​ໂຄກທະ​ເລ​ຈີນ​ໃຕ້. ກ່ອນ​ໜ້າ​ນີ້, ທ່ານ ເຣດ ຕີ​ເລີ​ຊັນ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປ​ະ​ເທດ​ອາ​ເມ​ລິ​ກາ​ໄດ້​ຮຽກ​ຮ້ອງ​ໃຫ້​ຈີນ​ເຊົາ​ການ​ສ້າງ​ສາ​ເກາະ​ຫີນ​ໂສ​ໂຄກ​ຢູ່​ທະ​ເລ​ຈີນ​ໃຕ້. ຈີນ​ມີ​ຄຳ​ຕອບ​ແນວ​ໃດ​ຕໍ່​ສອງ​ເລື່ອງ​ດັ່ງ​ກ່າວ.

ທ່ານ​ລູ້​ຄ່າງ​ກ່າວ​ວ່າ, ຈີນ​ໄດ້​ດຳ​ເນີນ​ການ​ສ້າງ​ສາ​ສັນ​ຕິ​ພາບ​ຢູ່​ເທິງ​ດິນ​ແດນ​ຂອງ​ຕົນ ແລະ ຕິດ​ຕັ້ງ​ສິ່ງ​ກໍ່​ສ້າງ​ປ້ອງ​ກັນ​ຕົວ​ທີ່​ຈຳ​ເປັນ ແມ່ນ​ເລື່ອງ​ທີ່​ປົກ​ກະ​ຕິ​ທີ່​ສຸດ ເຊິ່ງ​ເປັນ​ອະ​ທິ​ປະ​ໄຕ​ຂອງ​ຈີນ. ​ການປັ້ນ​ແຕ່ງ​ເລື່ອງ​ລາວ ແລະ ​ສ້າງ​ຄວາມ​ສັບ​ສົນ​ໃນ​ບັນ​ຫາ​ນີ້, ພວກ​ເຮົາ​ເຫັນ​ວ່າ ເປັນ​ການ​ກະ​ທຳ​ທີ່​ມີ​ເຈດ​ຈຳ​ນົງ​ອື່ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ