ຈັດ​ການ​ວາງ​ສະ​ແດງ​ຮູບ​ພາບ​ວັດ​ທະ​ນະ​ທຳ​ຕິ​ເບດ​ຈີນ 2017 ທີ່​ນະ​ຄອນ​ຢາງ​ກຸງ​ປະ​ເທດ​ມຽນ​ມາ
2017-12-18 14:35:49  cri 
ການ​ວາງ​ສະ​ແດງ​ຮູບ​ພາບ​ວັດ​ທະ​ນະ​ທຳ​ຕິ​ເບດ​ຈີນ 2017 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຢາງ​ກຸງ​ປະ​ເທດ​ມຽນ​ມາ​ໃນ​ວັນ​ທີ 17 ທັນ​ວາ​ນີ້ ເຊິ່ງ​ມີ​ຮູບ​ພາບ 60 ກວ່າ​ຮູບ​ຂອງ​​ຊ່າງຖ່າຍ​ຮູບ​ດີ​ເດັ່ນ​ທັງ​ຈີນ ແລະ ຕ່າງ​ປະ​ເທດ ທີ່​ມີ​ເນື້ອ​ໃນສ່ອງ​ແສງ​ໃຫ້​ເຫັນ​ການ​ສືບ​ທອດ​ມູນ​ເຊື້ອ​ວັດ​ທະ​ນະ​ທຳ, ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ, ສະ​ພາບ​ການ​ຜະ​ລິດ  ແລະ ​ການດຳ​ລົງ​ຊີ​ວິດ​ຂອງ​ເຂດ​ຕິ​ເບດ​​ໃນ​ມຸມ​ຕ່າງໆ​ມາ​ວາງ​ສະ​ແດງ.

ທ່ານ​ຫົງ​ລຽງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ມຽນ​ມາ​ກ່າວ​ໃນ​ພິ​ທີ​ເປີດ​ການ​ວາງ​ສະ​ແດງວ່າ, ການ​ວາງ​ສະ​ແດງ​ເທື່ອ​ນີ້​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ຊຸກ​ຍູ້​ມິດ​ຕະ​ພາບ​ດັ່ງ​ອ້າຍ​ນ້ອງ​ລະ​ຫວ່າງຈີນ​ກັບ​ມຽນ​ມາ ເຊິ່ງ​ຈະ​ມີ​ຜົນ​ດີ​ຊ່ວຍ​ໃຫ້​ຄົນວົງ​ການ​ຕ່າງໆ​ຂອງ​ມຽນ​ມາ​ເພີ່ມ​ຄວາມ​ເຂົ້າ​ໃຈ​ຕໍ່​ຕິ​ເບດ ແລະ ເຊື່ອ​ວ່າ ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ມຽນ​ມາ​ກັບ​ຕິ​ເບດ​ຈະ​ເພີ່ມ​ພະ​ລັງ​ໃໝ່​ໃຫ້​ແກ່​ການ​ພົວ​ພັນ​ຈີນ-ມຽນ​ມາ.

ການ​ວາງ​ສະ​ແດງ​ຮູບ​ພາບ​ຄັ້ງ​ນີ້ແມ່ນ​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຄະ​ນະ​ລັດ​ຖະ​ບານ​ຈີນ, ສະ​ຖານ​ທູດ​ຈີນ​ປະ​ຈຳ​ມຽນ​ມາ, ສະ​ມາ​ຄົມ​ມິດ​ຕະ​ພາບ​ຈີນ​ມຽນ​ມາ​ຮ່ວມ​ກັນ​ຈັດ​ຂຶ້ນ. ໃນ​ໄລ​ຍະ​ຈັດ​ການ​ວາງ​ສະ​ແດງ, ຄະ​ນະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຕິ​ເບດ​ຈີນ​ຍັງ​ຈະສົນ​ທະ​ນາ​ແລກ​ປ່ຽນ​ກັບ​ພາກ​ສ່ວນ ແລະ ອົງ​ການ​ຈັດ​ຕັ້ງ​ທີ່​ກ່ຽວ​ຂ້ອງ​ຢູ່​ນະ​ຄອນ​ຢາງ​ກຸງ ແລະ​ ນະ​ຄອນຫຼວງ​ເນ​ປີ​ດໍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ