ປີນີ້ ການ​ສົ່ງ​ອອກ​ເຂົ້າ​ສານ​ຂອງ​ໄທຄາດ​ວ່າ​ຈະ​ສ້າງ​ສະ​ຖິ​ຕິ​ໃໝ່
2017-12-18 16:25:44  cri 
    ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ຄ້າ​ໄທ​ກ່າວ​ໃນ​ວັນ​ທີ 17 ທັນ​ວານີ້​ວ່າ, ປີນີ້, ການ​ສົ່ງ​ອອກ​ເຂົ້າ​ສານ​ຂອງ​ປະ​ເທດ​ຕົນ​ ​ຄາດ​ວ່າ​ຈະ​ບັນ​ລຸ​ເຖິງ 11 ລ້ານ​ໂຕນ ເຊິ່ງ​ເປັນ​ສະ​ຖິ​ຕິ​ໃໝ່​ໃນ​ປະ​ຫວັດ​ສາດ.

    ຂໍ້​ມູນ​ສະ​ຖິ​ຕິຫຼ້າ​ສຸດ ສະ​ແດງ​ໃຫ້​ເຫັນ​ວ່າ, ມາ​ຮອດ​ວັນ​ທີ 8 ທັນ​ວານີ້, ໄທ​ໄດ້​ສົ່ງ​ອອກ​ເຂົ້າ​ສານ 10,52 ລ້ານ​ໂຕນ ​ໄດ້​ເພີ່ມ​ຂຶ້ນ 16,76% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ ໂດຍ​ໄດ້​ບັນ​ລຸ​ມູນ​ຄ່າ​ສົ່ງ​ອອກ​ເກືອບ 4,7 ຕື້​ໂດ​ລາ​ສະ​ຫະ​ລັດ, ໃນ​ນີ້, ຈີນ, ອາ​ເມ​ລິ​ກາ ແລະ​ສາ​ທາ​ລະ​ນະ​ລັດ​ເບ​ແນງ ແມ່ນ​ຕະຫຼາດ​ຕົ້ນ​ຕໍ..

    ໄທ​ແມ່ນ​ໜຶ່ງ​ໃນ​ປະ​ເທດ​ທີ່​ສົ່ງ​ອອກ​ເຂົ້າ​ສານ​ຕົ້ນ​ຕໍ​ຂອງ​ໂລກ ແລະ​ໃນ​ສອງ​ປີ​ຜ່ານ​ມາ, ປະ​ລິ​ມານ​ການ​ສົ່ງ​ອອກ​ເຂົ້າ​ສານ​ຂອງ​ໄທ​ເປັນ​ອັບ​ດັບ​ທີ​ສອງ ເຊິ່ງ​ຮອງ​ ຈາກ​ອິນ​ເດຍ, ແຕ່​ໄທ​ຫວັງ​ວ່າ ຈະ​ຍາດ​ເອົາ​​ອັນ​ດັບ​ໜຶ່ງ​ຄືນ​ໃໝ່.
ເພື່ອ​ບັນ​ລຸ​ຜົນ​ການ​ສົ່ງ​ອອກ​ເຂົ້າ​ສານ​ໃນ​ປີນີ້, ໄທ​ໄດ້​ຈັດ​ງານ​ຈັດ​ຊື້​ເຂົ້າ​ສານ​ສາ​ກົນ​ແຕ່​ວັນ​ທີ 17-19 ທັນ​ວາ​ນີ້ ໂດຍ​ໄດ້​ເຊີນ​ຜູ້​ປະ​ກອບ​ການ​ເຂົ້າ​ສານ​ຈາກ 20 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ເຂົ້າ​ຮ່ວມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ